Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ພິທິປິດຫຼັກສູດຝຶກອົບຮົມຜູ້ບໍລິຫານລະດັບສູງຂອງບໍລິສັດ ລຸ້ນທີ 4 ແລະ 5 ຈັດຂຶ້ນໃນຕອນບ່າຍຂອງວັນທີ 22/6/2022 ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນລາວ-ຍີ່ປຸ່ນ.

ນັກສໍາມະກອນຈາກທັງ 2 ລຸ້ນເຂົ້າຮ່ວມເພື່ອຮັບໃບຢັ້ງຢືນ ຫຼັງຈາກທີ່ຜ່ານການຮຽນຮູ້ນໍາຊ່ຽວຊານຍີ່ປຸ່ນມາເປັນເວລາ 6 ເດືອນ. 

ພາຍໃນງານທ່ານ ປອ. ພອນແກ້ວ ຈັນທະມາລີໄດ້ຂຶ້ນກ່າວຊົມເຊີຍ ແລະ ຂອບໃຈນັກສໍາມະກອນທຸກຄົນທີ່ຕັ້ງໃຈ ແລະ ອົດທົນເຂົ້າຮ່ວມຈົນຈົບຫຼັກສູດ ພ້ອມທັງຂໍໃຫ້ນັກສໍາມະນາກອນນໍາເອົາບົດຮຽນທີ່ໄດ້ໄປພັດທະນາບໍລິສັດຂອງເຂົາເຈົ້າໃຫ້ຈະເລີນເຕີບໂຕທຽບເທົ່າກັບສາກົນ.

ທ່ານ ເມກມະໂນ, ຜູ້ອໍານວຍການບໍລິສັດຄີນແອນກຣີນ ທັງເປັນອະດີດນັກສໍາມະນາກອນ ລຸ້ນທີ 1 ໄດ້ຂຶ້ນແບ່ງປັນປະສົບການທັງໃນເວລາທີ່ກໍາລັງຝຶກອົບຮົມໃນຫຼັກສູດ ແລະ ການນໍາເອົາບົດຮຽນໄປປັບປຸງການດໍາເນີນງານຂອງບໍລິສັດ. ເຊິ່ງໂດຍລວມແລ້ວເພິ່ນໄດ້ແນະນໍາວ່າ "ການປ່ຽນແປງທັດທະສະນະຄະຕິ (mindset) ໃຫ້ຄືກັບຄົນຍີ່ປຸ່ນແມ່ນສິ່ງທີ່ຈໍາເປັນ ແລະ ຄວນເຮັດ ເພາະພື້ນຖານການພັດທະນາຂອງປະເທດຍີ່ປຸ່ນແມ່ນມາຈາກຄົນພາຍໃນຊາດມີທັດສະນະຄະຕິ ແລະ ເປົ້າໝາຍໃນການສ້າງຊາດທີ່ເປັນອັນໜຶ່ງອັນດຽວກັນ"

 

IMG 2766

IMG 2808 1

IMG 2810

IMG 2812

IMG 2814

IMG 2816

IMG 2817

IMG 2819

IMG 2822

IMG 2823

IMG 2825

IMG 2828

IMG 2829

IMG 2831

IMG 2833

IMG 2836

IMG 2853

IMG 2856

IMG 2858