Print
Category: NEWS
Hits: 4345
ໃນວັນທີ 25 ພຶດສະພາ 2022, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ແລະ ອົງການສົ່ງເສີ່ມການຄ້າຍີ່ປຸ່ນປະຈຳນະຄອນຫຼວງວຽງຈັນ (JETRO) ໄດ້ລົງນາມເຊັນບົດບັນທຶກ ການຮ່ວມມື (MOC) ໂດຍຈຸດປະສົງ ເພື່ອສົ່ງເສີ່ມການຮ່ວມມືດ້ານທຸລະກິດລະຫວ່າງບໍລິສັດ ລາວ ແລະ ຍີ່ປຸ່ນ. ໃນການເຊັນບົດບັນທຶກ ຄັ້ງນີ້, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ແລະ ອົງການສົ່ງເສີ່ມການຄ້າ ຍີ່ປຸ່ນປະຈຳນະຄອນຫຼວງວຽງຈັນ (JETRO) ໄດ້ຕົກລົງເຫັນດີ ສົ່ງເສີມການສ້າງຄວາມເຂັ້ມແຂງ ໃຫ້ກັບບໍລິສັດລາວ ລວມທັງຜູ້ປະກອບການໃໝ່ (start-up) ແລະ ຂະຫຍາຍການຮ່ວມມືພາກທຸລະກິດລະຫວ່າງ ບໍລິສັດຍີ່ປຸ່ນ ເພື່ອປະກອບສ່ວນ ໃນການພັດທະນາເສດຖະກິດແບບຍືນຍົງໃນພາກລັດ.
ສລຍ ແລະ ອົງການ JETRO ປະຈຳນະຄອນຫຼວງວຽງຈັນ ໄດ້ວາງແຜນໃນການແລກປ່ຽນຂໍ້ມູນຂອງບໍລິສັດໃນລາວ ລວມເຖິງຜູ້ປະກອບການໃໝ່ start-up ໃຫ້ແກ່ບໍລິສັດຍີ່ປຸ່ນ, ປະສານງານກັບອົງການ JETRO ເພື່ອຈັດງານຕ່າງໆທີ່ກ່ຽວຂ້ອງໃຫ້ກັບບໍລິສັດລາວ ແລະ ຈັດສຳມະນາ ແລະ ກິດຈະກຳອື່ນໆ ທີ່ຈັດຮ່ວມກັນ ເຊັ່ນ: ການຈັດໂຄງການ LJI SUSU (start-up and scale-up) ສຳລັບໄວໜຸ່ມລາວ ແລະ ຜູ້ປະກອບການໜຸ່ມ ເຊິ່ງ ສລຍ ໄດ້ຈັດຂຶ້ນໃນປີ 2021.
ບໍລິສັດຍີ່ປຸ່ນ ຍັງສາມາດເສີ່ມຂະຫຍາຍການຮ່ວມມື ກັບບັນດາບໍລິສັດ ແລະ ຜູ້ປະກອບການໃໝ່ (start-up ) ໃນລາວ ຜ່ານບັນດາບໍລິສັດສະມາຊິກຂອງ Keiei-Juku Laos (KJL) ເຊິ່ງປະກອບດ້ວຍ ເຈົ້າຂອງ ທຸລະກິດທີ່ມີຊື່ສຽງທີ່ໄດ້ຜ່ານການຝຶກອົບຮົມ ແລະ ນຳໃຊ້ຫຼັກການບໍລິຫານທຸລະກິດແບບຍີ່ປຸ່ນ, ພ້ອມທັງອະດີດນັກສຶກສາໃນຫຼັກສູດປະລິນຍາໂທ ບໍລິຫານທຸລະກິດ (MBA) ແລະ ຜູ້ເຂົ້າຮ່ວມໂຄງການ LJI SUSU ເຊິ່ງໄດ້ເປີດໂອກາດໃຫ້ກັບບໍລິສັດທັງສອງປະເທດໄດ້ ມີການຂະຫຍາຍທຸລະກິດຮ່ວມກັນ.
ສລຍ ຈະສືບຕໍ່ເຮັດວຽກຮ່ວມກັບບັນດາອົງກອນ ແລະ ກູ່ມສະມາຄົມ ທີ່ມີວິໄສທັດຮ່ວມກັນກໍຄື “ການສົ່ງເສີມການຂະຫຍາຍຕົວເສດຖະກິດແບບຍື່ນຍົງໃນລາວ” ເພື່ອເສີມສ້າງຊັກກະຍະພາບທາງການບໍລິການທາງດ້ານທຸລະກິດໃນສັງຄົມລາວ.
ສລຍ: ສ້າງຕັ້ງຂຶ້ນໃນປີ 2001 ພາຍໃຕ້ ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ຂອງປະເທດຍີ່ປຸ່ນ, ສລຍ ແມ່ນໜຶ່ງໃນສະຖາບັນທີ່ຂື້ນກັບມະຫາວິທະຍາໄລແຫ່ງຊາດ (ມຊ) ເພື່ອສົ່ງເສີມການສ້າງບຸກຄະລາກອນທີ່ມີຄຸນະພາບສູງ ແລະ ເພື່ອຮອງຮັບການຂະຫຍາຍໂຕຂອງສົງຄົມໃນທິດຍືນຍົງ. ໄດ້ຮັບການສະໜັບ ສະໜູນຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໃນການດຳເນີນວຽກງານ ຕາມພາລະບົດບາດ(1) ການພັດທະນາຊັບພະຍາກອນມະນຸດທາງດ້ານທູລະກິດ, (2) ດ້ານພາສາຍີ່ປຸ່ນ ແລະ (3) ການສົ່ງເສີ່ມຄວາມເຂົ້າໃຈຂອງສອງຊາດ ລາວ-ຍີ່ປຸ່ນ, ສລຍ ຈະເຮັດໜ້າທີ່ໃນການສ້າງກິດຈະກຳໃໝ່ໆໂດຍການນໍາໃຊ້ຄວາມຮູ້ຄວາມຊຳນານ ແລະ ປະສົບການທີ່ຍາວນານ ເຊັ່ນ: ການສ້າງເຄືອຂ່າຍທຸລະກິດ ແລະ ກິດຈະກຳແລກປ່ຽນນັກສຶກສາມະຫາວິທະຍາໄລ ລະຫວ່າງສອງຊາດ ລາວ-ຍີ່ປູ່ນ.
 
 
LJI and JETRO Vientiane Office Signed MOC to promote business collaboration between Laos and Japan.
On 25 May 2022, Laos-Japan Human Resource Development Institute (LJI) and Japan External Trade Organization (JETRO) Vientiane Office signed a Memorandum of Cooperation (MOC) for the purpose of promoting business between Lao and Japanese companies. Under this MOC, LJI and JETRO Vientiane Office have agreed to strengthen Lao companies including start-ups, and promote business relations with Japanese companies, which are expected to foster sustainable economic growth stimulated by the Lao government.
LJI and JETRO Vientiane Office plan to share information on Lao companies including start-ups with Japanese companies, inform JETRO-related events to Lao companies, and assist each other in organizing seminars and events that are held by either party, including the implementation of the LJI SUSU (start-up and scale-up) program for young people and entrepreneurs, which LJI launched in 2021.
Japanese companies will be able to strengthen their ties with high-quality Lao companies and start-ups through interaction with the member companies of Keiei-Juku Laos (KJL), which consists of Lao business leaders who have learned and adopted Japanese-style management, along with MBA program alumni and LJI SUSU participants. Business opportunities are expected to expand for the companies from both countries.
LJI will continue to work with the organizations and groups which share the same vision of "promoting sustainable economic growth in Laos" in order to enhance and enrich its services to Lao businesses and society in general.
LJI: Established in 2001 with Japanese Official Development Assistance (ODA), LJI is an institution of the National University of Laos (NUOL) to promote sustainable growth of society through the development of highly competent human resources. Japan International Cooperation Agency (JICA) and The Japan Foundation (JF) support its operation. Following three fundamental pillars of (1) business human resource development, (2) Japanese language education, and (3) mutual understanding activities between Japan and Laos, LJI aims to function as a platform to create and nurture new values and activities such as business linkage and university exchange between the two countries, by utilizing know-how and expertise from its two decades of operation.
 
 
ラオスと日本のビジネス連携促進に向けて
ラオス日本センターとジェトロ・ビエンチャン事務所がMOCを締結
ラオス日本センター(LJI: Laos-Japan Human Resource Development Institute)と日本貿易振興機構(ジェトロ)ビエンチャン事務所は5月25日、ラオス企業と日本企業(日系企業を含む)のビジネス連携促進に向けた協力覚書(MOC)を締結しました。
本MOCは、ラオス政府が推進する持続的な経済成長の実現に向け、LJIとジェトロ・ビエンチャン事務所が、ラオス企業や起業家の育成と、そのために重要な日本企業とのビジネス連携促進に係る協力関係の強化に合意したものです。LJIとジェトロ・ビエンチャン事務所は、日本企業に対するラオス企業の情報発信、ラオス企業に対するジェトロ関連イベントの情報発信、双方が開催するセミナーやイベントへの協力などを予定しています。その中には、LJIが昨年から実施中の若者、起業家を対象とするLJI SUSU (start-up and scale-up)の実施における協力も含まれます。
日本企業には、LJIにて日本型経営を学び、実践するラオス企業で構成される「KJL(Keiei-Juku Laos)」の会員企業やMBAプログラムの同窓生、更にはLJI SUSU参加企業との交流など、質の高いラオス企業との連携の機会となり、更には、両国の企業にとってビジネスチャンスの拡大が期待されています。
今後もLJIは、「ラオスの持続的な経済成長を促進する」というビジョンを共有する組織や団体と連携し、提供するサービス内容の充実を図っていきます。
ラオス日本センター:2001年、日本の政府開発援助(ODA)で設立されました。現在は、ラオス国立大学の機関として運営され、独立行政法人国際協力機構(JICA)と独立行政法人国際交流基金(JF)がその運営を支援しています。ビジネス人材育成事業、日本語教育事業及び日本とラオスの相互理解促進事業と、これらの三事業で培ったノウハウとネットワークを活用し、両国間のビジネス連携や大学交流促進など、新しい活動・価値を創造するプラットフォーム事業を進めています。
KJLの会員企業の情報:https://www.jica.go.jp/japancenter/laos/index.html