Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

MOU Signing Ceremony for collaboration between Maruhan Japan Bank Lao Co., Ltd and Keiei-Juku Laos to access MJBL's MSME funding and eco-system.
 
ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຊຸກຍູ້ ແລະ ສະໜັບສະໜຸນການເຂົ້າເຖິງແຫຼງທຶນຕ່າງໆ ຂອງກຸ່ມເຄເອຈຸກຸລາວ ໂດຍຜ່ານທະນາຄານມາຣຸຮານເຈແປນລາວ ຈໍາກັດ, ລະຫວ່າງກຸ່ມເຄເອຈຸກຸລາວ ແລະ ທະນາຄານມາຣຸຮານເຈແປນລາວ ຈໍາກັດ 
 
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 19/08/2021 ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ. ຕ່າງໜ້າເຊັນສັນຍາຂອງທັງສອງຝ່າຍ ໂດຍ ທ່ານ ແກ້ວຕາ ຂັນຕິວົງ, ປະທານກຸ່ມເຄເອຈຸກຸລາວ (KJL) ແລະ Mr. Anthony CHIN, ຜູ້ອໍານວຍການໃຫຍ່ ທະນາຄານມາຣຸຮານເຈແປນລາວ ຈໍາກັດ (MBJL).
 
ຈຸດປະສົງຂອງການເຊັນສັນຍາໃນຄັ້ງນີ້ເພື່ອຕົກລົງເຫັນດີໃຫ້ທະນາຄານມາຣຸຮານເຈແປນລາວຈໍາກັດ ເປັນຄູ່ຮ່ວມມືຍຸດທະສາດ ໃນການສົ່ງເສີມ ແລະ ສະໜັບສະໜຸນສະມາຊິກພາຍໃນກຸ່ມເຄເອຈຸກຸລາວ ກໍຄືບັນດາຫົວໜ່ວຍທຸລະກິດຕ່າງໆ. ການຮ່ວມມືແມ່ນບໍ່ພຽງແຕ່ກວມລວມເຖິງການຈັດຫາແຫຼ່ງທຶນເພື່ອສະໜອງໃຫ້ແກ່ຫົົວໜ່ວຍທຸລະກິດຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ ເທົ່ານັ້ນ ແຕ່ຍັງເປັນການຮ່ວມມືເພື່ອເຮັດໃຫ້ບັນດາສະມາຊິກສາມາດເຂົ້າເຖິງລະບົບນິເວດໃນການພັດທະນາ SMEs ຂອງທະນາຄານ.