Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ປະກາດແຕ່ງຕັ້ງຜູ້ອໍານວຍການ ແລະ ຮອງອໍານວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ຢ່າງເປັນທາງການ.
ພິທີປະກາດການແຕ່ງຕັ້ງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7/3/2022 ທີ່ສະຖາບັນ ລາວ-ຍີ່ປຸ່ນ. ໃຫ້ກຽດເປັນປະທານໂດຍທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ, ຮັກສາການອະທິການບໍດີມະຫາວິທະຍາໄລແຫ່ງຊາດ.
ໃນພິທີສໍາຄັນນີ້ໄດ້ປະກາດແຕ່ງຕັ້ງ:
1) ປອ. ພອນແກ້ວ ຈັນທະມາລີ ເປັນຜູ້ອໍານວຍການ ສລຍ
2) ປອ. ນ. ສຸດຖະໜອມ ພິນສະຫວັດ ເປັນຮອງຜູ້ອໍານວຍການ ສລຍ (ຄືນຕໍາແໜ່ງເກົ່າພາຍຫຼັງສຳເລັດການໄປສຶກສາຕໍ່).
ຂອບໃຈບັນດາແຂກຈາກຫ້ອງການ ແລະ ຄະນະວິຊາຕ່າງໆ ຂອງ ມຊ ທີ່ເຂົ້າຮ່ວມເປັນສັກຂີພະຍານ.