Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ດ້ຈັດຂຶ້ນດ້ວຍຄວາມເປັນເຈົ້າການຂອງຜູ້ເຂົ້າຮ່ວມຫຼັກສູດຜູ້ບໍລິຫານລະດັບສູງຂອງບໍລິສັດຮຸ່ນທີ 6 (Keiei Juku-6th batch) ຂອງສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ຂອງພວກເຮົາ ພາຍຫຼັງທີ່ເຂົາເຈົ້າໄດ້ຮຽນຈົບຫຼັກສູດ 6 ເດືອນຢູ່ທີ່ ສລຍ ແລະ ໄດ້ໄປທັດສະນະສຶກສາ ຢູ່ປະເທດຍີ່ປຸ່ນເປັນເວລາ 10ມື້ ກັບມາແລ້ວ. ງານພົບປະແລກປ່ຽນດັ່ງກ່າວ ໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 28 ກໍລະກົດ 2023 ຢູ່ທີ່ໂຮງແຮມ Crown plaza. ໃນງານໄດ້ມີແຂກທັງຝ່າຍລາວ ແລະ ຝ່າຍຍີ່ປຸ່ນເຂົ້າຮ່ວມເປັນຈໍານວນ 100 ກວ່າທ່ານ, ໃນນັ້ນທາງຝ່າຍລາວມີ ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ປະທານສະມາຄົມ SME ລາວ, ຄະນະສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ຄະນະນໍາ ສະຖາບັນ ລາວ-ຍີ່ປຸ່ນ; ສ່ວນຝ່າຍຍີ່ປຸ່ນ ມີ ທ່ານ KOBAYASHI Kenichi ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ NAGASE Toshio ຫົວໜ້າອົງການ JICA ປະຈໍາລາວ, ທ່ານຜູ້ຕາງໜ້າອົງການການຄ້າສາກົນຍີ່ປຸ່ນ ປະຈໍາລາວ, ຄະນະນໍາ Keiei Juku Lao ແລະ ນັກທຸລະກິດຈາກຫຼາຍຂະແໜງການກໍ່ໄດ້ເຂົ້າຮ່ວມພົບປະແລກປ່ຽນໃນງານຄັ້ງນີ້ ດ້ວຍບັນຍາກາດທີ່ເປັນກັນເອງ ຟົດຟື້ນມ່ວນຊື່ນ ແລະ ບັນລຸຕາມຈຸດປະສົງທີ່ຕັ້ງໄວ້ທຸກປະການ362687222 667290158765074 2911392878361123840 n