ການພັດທະນາທັກສະຄວາມເປັນຜູ້ນຳ

ທັກສະສຳຄັນສຳລັບຜູ້ນຳພາ ແລະ ຜູ້ບໍລິຫານຍຸກໃໝ່ • 4 ລະດັບການນຳພາ (ການນຳພາຕົນເອງ, ທີມງານ, ອົງກອນ ແລະ ສັງຄົມ) • ທຸກຄົນນຳຄວາມແຕກຕ່າງເຂົ້າສູ່ອົງກອນ

ຂໍ້ມູນຫຼັກສູດ:

ສິ່ງທີ່ຈະໄດ້ຫຼັງຈາກຮຽນຈົບ:

ຈະຊ່ວຍໃຫ້ພະນັກງານ ແລະ ຜູ້ບໍລິຫານຢູ່ໃນອົງກອນທີ່ເຂົ້າຮ່ວມຫລັກສູດນີ້ມີນໍ້າໃຈຄວາມຮັບຜິດຊອບ ແລະ ມີຄວາມເປັນເຈົ້າການໃນໜ້າທີ່ວຽກງານຫລາຍຂຶ້ນ. 

ຮູ້ຈັກຮູບແບບວິທີການບໍລິຫານພຶດຕິກຳຂອງຕົນ ແລະ ພະນັກງານຂອງຕົນດີຂຶ້ນ. 

ສາມາດນຳພາຕົນເອງ ແລະ ຄຸ້ມຄອງພະນັກງານຂອງຕົນໃຫ້ປະຕິບັດໜ້າທີ່ບັນລຸໄດ້ຜົນສຳເລັດຕາມທິດທາງແຜນການທີ່ວາງໄວ້. 

ນອກຈາກນີ້, ຜູ້ເຂົ້າຮ່ວມຫລັກສູດຍັງຈະໄດ້ແລກ ປ່ຽນຂໍ້ມູນ, ຄວາມຮູ້ ແລະ ປະສົບການທີ່ເປັນປະໂຫຍດ ລະຫວ່າງກັນ, ຊຶ່ງຈະຊ່ວຍເສີມສ້າງໃຫ້ມີຄວາມໜັກແໜ້ນທາງດ້ານວິຊາການ, ຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມື ເພື່ອພ້ອມກັນກ້າວໄປສູ່ຄວາມສໍາເລັດໃໝ່ທີ່ໃຫຍ່ຫລວງກວ່າເກົ່າ.

ເນື້ອໃນໂດຍຫຍໍ້:

• ທັກສະສຳຄັນສຳລັບຜູ້ນຳພາ ແລະ ຜູ້ບໍລິຫານຍຸກໃໝ່ • 4 ລະດັບການນຳພາ (ການນຳພາຕົນເອງ, ທີມງານ, ອົງກອນ ແລະ ສັງຄົມ) • ທຸກຄົນນຳຄວາມແຕກຕ່າງເຂົ້າສູ່ອົງກອນ • ຄວາມສະຫລາດທາງດ້ານອາລົມ • ການບໍລິຫານຄວາມຂັດແຍ່ງ • ສີລະປະໃນການປ່ອຍວາງ • ການສື່ສານທີ່ມີປະສິດຕິພາບໃນອົງກອນ • ການສ້າງຈຸດຢືນທີ່ຖືກຕ້ອງ • ການຕຳນິສົ່ງຂ່າວແບບສ້າງສັນ • ທີມງານທີ່ມີປະສິດຕິພາບ • ການນຳພາຕາມສະຖານະການ (ສຳລັບການນຳພາພະນັກງານ 4 ຮູບແບບໃນອົງກອນ; ການເນັ້ນຄົນ ແລະ ການເນັ້ນວຽກ) ໃຫ້ບົດຝຶກຫັດ • ດາວ 5 ແຈ ແຫ່ງອຳນາດ (ຜູ້ນຳກັບການປະຕິບັດສິ່ງຖືກຕ້ອງ ແລະ ສິ່ງທີ່ຖືກໃຈ; ອຳນາດທີ່ແທ້ຈິງບໍ່ແມ່ນຖານະຕຳແໜ່ງແຕ່ແມ່ນອິດທິພົນທີ່ສະມາຊິກຍອມປະຕິບັດຕາມດ້ວຍຄວາມສັດທາ) • ຈົບການຝຶກອົບຮົມ

timelineໄລຍະເວລາ:

5 ວັນ (15 ຊົ່ວໂມງ)

av_timerໃຊ້ເວລາຮຽນ:

3 ຊົ່ວໂມງ/ມື້

timelapseເວລາຮຽນ:

ຈັນ - ສຸກ (17:30 - 20:30 ພາກຄໍ່າ)

placeສະຖານທີ່:

ສະຖາບັນລາວ-ຍີ່ປຸ່ນ

peopleຜູ້ເຂົ້າຮຽນ:

ນັກສຶກສາ ແລະ ບຸກຄົນທົ່ວໄປ

 ພາສາທີ່ໃຊ້ສອນ:

ລາວ

ຄ່າຮຽນ:

750,000 ກີບ/ຄົນ

ຕິດຕໍ່ສອບຖາມຂໍ້ມູນ້ພີ່ມຕື່ມ ທີ່ພະແນກບໍລິຫານທຸລະກິດ

callໂທ:

030 5841519

emailອີເມວ:

ljibzcourse@gmail.com

ວິທະຍາກອນ

ຈົບການສຶກສາ ປະລິນຍາເອກ ຈາກປະເທດໄທ