ຫຼັກສູດການພັດທະນາທັກສະການບໍລິຫານສຳລັບຜູ້ປະກອບກິດຈະການ
“Keiei-Juku”

ຈັດໂດຍ: ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການສະໜັບສະໜູນຈາກອົງການJICA
ຄວາມເປັນມາ

ຫຼັກສູດ“Keiei-juku”ແມ່ນຫຼັກສູດພັດທະນາທັກສະການບໍລິຫານສະເພາະດ້ານສຳລັບຜູ້ບໍລິຫານລະດັບສູງຂອງບໍລິສັດ. ຄຳວ່າ “Keiei-juku” ແມ່ນພາສາຍີ່ປຸ່ນ ທີ່ມີຄວາມໝາຍວ່າໂຮງຮຽນການບໍລິຫານ ສ້າງຂຶ້ນສຳລັບຜູ້ບໍລິຫານຂອງບໍລິສັດຍີ່ປຸ່ນ ຊຶ່ງການຮຽນ-ການສອນໃນໂຮງຮຽນດັ່ງກ່າວແມ່ນນັ້ນໃສ່ການຮຽນຮູ້ແລະການພັດທະນາດ້ວຍຕົນເອງຂອງປະທານແລະຜູ້ບໍລິຫານບໍລິສັດໂດຍມີການແນະນຳຢ່າງຄົບຖ້ວນຈາກຜູ້ຊ່ຽວຊານສະເພາະດ້ານ.ປະເທດຍີ່ປຸ່ນ ໄດ້ມີຜົນສຳເລັດໃນການພັດທະນາເສດຖະກິດພາຍຫຼັງສົງຄາມໂລກຄັ້ງທີ 2 ແລະ ໄດ້ກາຍເປັນປະເທດທີ່ມີຄວາມຈະເລີນກ້າວໜ້າທາງດ້ານເຕັກໂນໂລຊີໃນທຸກມື້ນີ້ ບົນພື້ນຖານການເຕີບໂຕຂອງພາກທຸລະກິດ ໂດຍມີການສະໜັບສະໜູນທາງດ້ານນະໂຍບາຍຈາກລັດຖະບານ. ຜູ້ບໍລິຫານລະດັບສູງໃນບໍລິສັດຍີ່ປຸ່ນຍາມໃດກໍໄດ້ເອົາໃຈໃສ່ຍົກສູງພາວະຄວາມເປັນຜູ້ນຳແລະທັກສະການບໍລິຫານຂອງຕົນ ໄປຄຽງຄູ່ກັບການລົງທຶນໃສ່ການປັບປຸງວັດທະນະທຳອົງກອນ ແລະບັນດາເຄື່ອງມືການບໍລິຫານບົນພື້ນຖານການເສີມສ້າງຂີດຄວາມສາມາດຂອງພະນັກງານຂອງຕົນ. 

Ikujiro-Nonaka

Ikujiro Nonaka

ໜຶ່ງໃນ 20 ນັກປັດຊະຍາການບໍລິຫານທີ່ດີເດັ່ນໃນໂລກ, ທ່ານ ອິກຸຈິໂຣ ໂນນະກະ ເວົ້າວ່າ: “ຢາກປະສົບຜົນສຳເລັດໃນການນຳພາວິສາຫະກິດ,ຜູ້ບໍລິຫານລະດັບສູງຂອງບໍລິສັດຕ້ອງມີຄວາມສາມາດດ້ານພາວະຄວາມເປັນຜູ້ນຳ 6 ດ້ານດັ່ງຕໍ່ໄປນີ້: 

(1) ມີຄວາມສາມາດໃນການຕັ້ງເປົ້າໝາຍທີ່ຖືກຕ້ອງ ແລະສາມາດເບິ່ງເຫັນຄວາມດີ, 
(2) ມີຄວາມສາມາດໃນການຕີລາຄາຄວາມເປັນຈິງ, 
(3) ມີຄວາມສາມາດໃນການສ້າງສະພາບແວດລ້ອມການເຮັດວຽກທີ່ເອື້ອອຳນວຍ, 
(4)ມີຄວາມສາມາດໃນການສັງລວມປະເດັນທີ່ສຳຄັນ, 
(5) ມີຄວາມສາມາດໃນການນຳໃຊ້ອຳນາດທາງການເມືອງຂອງຕົນຢ່າງຖືກຕ້ອງເພື່ອໃຫ້ຜູ້ຕາມເຂົ້າໃຈບັນຫາ, ແລະ 
(6) ມີຄວາມສາມາດໃນການເຮັດໃຫ້ຜູ້ອື່ນຮູ້ພັດທະນາຕົນເອງກ້າວໄປສູ່ຄວາມຄິດດີ-ເຮັດດີດ້ວຍຕົນເອງ.

Konoshuke-Matshushita

Konosuke Matsushita

ຜູ້ກໍ່ຕັ້ງບໍລິສັດພານາໂຊນິກ, ທ່ານ ໂຄໂນະຊຸເກມັດຊຶຊິຕະກ່າວວ່າຖ້າຢາກປະສົບຜົນສຳເລັດພາຍໃຕ້ສະພາບແວດລ້ອມການດຳເນີນທຸລະກິດທີ່ນັບມື້ນັບມີການແຂ່ງຂັນຫຼາຍຂຶ້ນຜູ້ບໍລິຫານບໍລິສັດຕ້ອງມີບັນດາທັກສະດັ່ງລຸ່ມນີ້: 

- ທັກສະໃນການພັດທະນາປັດຊະຍາການບໍລິຫານທີ່ເໝາະສົມ 
- ທັກສະດ້ານເຕັກໂນໂລຊີ 
- ທັກສະດ້ານການຕະຫຼາດ 
- ທັກສະດ້ານການບໍລິຫານບຸກຄະລາກອນ 
- ທັກສະດ້ານການບໍລິຫານການເງິນ 
- ທັກສະໃນການວາງແຜນທຸລະກິດ

ທ່ານ ໂຄໂນະຊຸເກມັດຊຶຊິຕະຍັງເວົ້າອີກວ່າ, ຜູ້ບໍລິຫານບໍລິສັດຕ້ອງມີຄຸນລັກສະນະຕ່າງໆພາຍໃນຕົນເອງດັ່ງລຸ່ມນີ້:

 • ຍາມໃດກໍ່ຕ້ອງຄິດຕາມກົດເກນແຫ່ງຮອບວຽນຊີວິດ “seisei hatten”ເຊັ່ນ: ການເກີດ, ການເຕີບໂຕ, ການພັດທະນາ ແລະການປ່ຽນແປງສະພາບ. 
 • ມີຄວາມເຂົ້າໃຈທຳມະຊາດຂອງມະນຸດໃນການບໍລິຫານ: ການບໍລິຫານແມ່ນກິດຈະກຳໜຶ່ງທີ່ດຳເນີນໂດຍ ແລະ ເພື່ອຄວາມສົມບູນພູນສຸກຂອງຄົນ.ຜູ້ຈັດການປຽບເໝືອນຜູ້ບັນຊາການໃນອົງກອນທີ່ພວກເຂົາບໍລິຫານຢູ່, ພວກເຂົາໄດ້ຮັບສິດໃນການນຳໃຊ້ບຸກຄະລາກອນ, ອຸປະກອນ ແລະທຶນໃນທິດທາງທີ່ເຫັນວ່າເໝາະສົມເພື່ອພັດທະນາອົງກອນ. ໃນຂະນະດຽວກັນນັ້ນ, ຜູ້ຈັດການຍັງມີພັນທະໃນການດຳເນີນຢ່າງເປັນທຳ,ມີມະນຸດສະທຳ ແລະມີການພິຈາລະນາຢ່າງສົມເຫດສົມຜົນຕໍ່ທຸກໆຊັບພະຍາກອນທີ່ພວກເຂົາມີ ແນໃສ່ສົ່ງເສີມການພັດທະນາອົງກອນດ້ວຍການຮັບປະກັນໃຫ້ທຸກໆຊັບພະຍາກອນຖືກນຳໃຊ້ຢ່າງເຕັມສ່ວນ. 
 • ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ພາລະກິດຂອງຕົນ: ນັ້ນກໍຄື ດຳເນີນຕາມກົດເກນແຫ່ງຮອບວຽນຊີວິດ, ຮັບປະກັນໃຫ້ສາມາດຕອບສະໜອງຄວາມເພີ່ງພໍໃຈຂອງລູກຄ້າໄດ້ຕະຫຼອດເວລາ. ຄຸນລັກສະນະສິນຄ້າ ແລະການບໍລິການຈະມີຄວາມແຕກຕ່າງກັນໄປຕາມຂະແໜງການ, ແຕ່ທຸກໆບໍລິສັດແມ່ນມີເປົ້າໝາຍຢາກປະກອບສ່ວນເຂົ້າໃນການພັດທະນາສັງຄົມມະນຸດໂດຍຜ່ານກິດຈະກຳທາງທຸລະກິດຂອງຕົນ.ການສ້າງກຳໄລແມ່ນເປັນສ່ວນທີ່ສຳຄັນໃນການດຳເນີນທຸລະກິດທີ່ດີ ແຕ່ວ່າກຳໄລບໍ່ແມ່ນເປົ້າໝາຍສຸດທ້າຍຂອງການດຳເນີນທຸລະກິດ. 
 • ສາມາດປະຕິບັດຕາມກົດເກນທຳມະຊາດ: ຕ້ອງສາມາດເລືອກເຟັ້ນແລະຈັດຕັ້ງດຳເນີນສິ່ງຈຳເປັນເພື່ອຮັບປະກັນໃຫ້ທຸລະກິດດີຂຶ້ນເລື້ອຍໆ. 
 • ສາມາດສົ່ງເສີມຄວາມສົມບູນພູນສຸກໃຫ້ທຸກໆພາກສ່ວນທີ່ກ່ຽວຂ້ອງ: ບໍລິສັດຕ້ອງພັດທະນາໄປຮ່ວມກັບສັງຄົມທີ່ບໍລິສັດດຳເນີນຢູ່, ທຸກໆຄົນທີ່ມີສ່ວນກ່ຽວຂ້ອງຕ້ອງມີຄວາມຮູ້ສຶກພາກພູມໃຈໃນການໄດ້ປະກອບສ່ວນ ແລະຮູ້ສືກວ່າຕົນເອງໄດ້ຮັບຄວາມຍຸຕິທຳ. 
 • ນັບຖືຄວາມຕ້ອງການຈາກສັງຄົມ: ຍາມໃດກໍຕ້ອງງ່ຽງຫູຟັງຄວາມຕ້ອງການຂອງລູກຄ້າ ແລະພະຍາຍາມຕອບສະໜອງຄວາມຕ້ອງການດັ່ງກ່າວ. 
 • ມີຄວາມໝັ້ນໃຈ ແລະ ເຊື່ອວ່າທ່ານຈະປະສົບຜົນສຳເລັດ ແລະ ພະຍາຍາມໃຫ້ມີຜົນສຳເລັດແບບສະໝ່ຳສະເໝີໃນທຸກໆສະຖານະການ. 
 • ມຸ່ງໝັ້ນໃນການກາຍເປັນມືອາຊີບສະເພາະດ້ານ: ສ້າງຄວາມແຕກຕ່າງຈາກຄົນອື່ນດ້ວຍການສົ່ງເສີມຈຸດແຂງຂອງຕົນ. 
 • ສ້າງຄົນກ່ອນການສ້າງຜະລິດຕະພັນ. 
 • ສົ່ງເສີມນ້ຳໃຈໂອບເອື້ອອາລີ: ທຸກຄົນເຮັດເພື່ອທິມງານ ແລະທິມງານກໍແມ່ນສ້າງຂຶ້ນເພື່ອຈຸດປະສົງຂອງທຸກຄົນ, ນຳໃຊ້ຄວາມຮູ້ແລະຄຳຄິດຄຳເຫັນຂອງແຕ່ລະຄົນເຂົ້າໃນການຕັດສິນໃຈໃຫ້ຫຼາຍເທົ່າທີ່ຈະເຮັດໄດ້, ປະສົມປະສານກຳລັງແຮງຂອງແຕ່ລະຄົນເຂົ້າໃນວຽກງານ. 
 • ເລີ່ມສິ່ງໃໝ່ທຸກໆມື້. 
 • ຮຽນຮູ້ແລະປັບຕົວເຂົ້າໃນສະພາບແວດລ້ອມທາງດ້ານການເມືອງ. 
 • ມີຈິດໃຈຊຸນາໂອະ (sunao mind): ເປີດກວ້າງ ແລະ ເບິ່ງບັນຫາໃຫ້ຖືກຕ້ອງກັບຄວາມເປັນຈິງ. 
 
keieijuku
Your image

All lectures are taught by Japanese experts with global business experience, who also have experience in lecturing both theory and practice.

Your image

By the end of lectures, participants will come up with Business Plan for the purpose of your business growth. In addition to lectures, participants are able to have one-on-one consultations. The program will be concluded with ‘Study Tour in Japan’ to learn Japanese management practice on site and business trend from Japanese companies through direct interaction.

Your image

By participating in Keieijuku Program, participants are able to join the KJL (Keiei-Juku Lao) networking group, where participants are able to receive various opportunities to accelerate your business such as networking among KJL member companies, other Lao and foreign companies including Japanese companies.

Your image

The Program is for 6 months, 5 days of lectures (9:00-16:00, M-F) in each month. An opportunity of one-on-one mentoring is available each month, following the week of lecture.

Your image
 
Your image

ຢູ່ໃນຫຼັກສູດ “keiei-juku”ນີ້, ຜູ້ບໍລິຫານບໍລິສັດຈະໄດ້ຮຽນຮູ້ບັນດາທິດສະດີທີ່ຈຳເປັນປະສານສົມທົບກັບກໍລະນີສຶກສາຂອງນັກທຸລະກິດທີ່ປະສົບຜົນສຳເລັດໃນການພັດທະນາທັກສະທີ່ກ່າວມາຂ້າງເທິງ. ຜູ້ບໍລິຫານບໍລິສັດຈະໄດ້ຮັບການແນະນຳແລະຮັບແຮງບັນດານໃຈໃຫ້ພັດທະນາທັກສະໃນການວິເຄາະປະເດັນບັນຫາພາຍໃນທຸລະກິດຂອງຕົນ ແລະພັດທະນາແຜນການປັບປຸງທຸລະກິດຂອງຕົນ. ຜູ້ເຂົ້າຝຶກອົບຮົມຍັງຈະມີໂອກາດຮຽນຮູ້ຈາກກັນແລະກັນຢູ່ພາຍໃນຫ້ອງແລະຂະຫຍາຍເຄືອຂ່າຍທາງທຸລະກິດຊຶ່ງຈະເປັນປະໂຫຍດໃນການພັດທະນາໃນອະນາຄົດ.

bookໄລຍະເວລາ ແລະ ວິທີການດຳເນີນການ:
ຫຼັກສູດ “keiei-juku”ນີ້ຈະດຳເນີນເປັນເວລາ 6 ເດືອນ ປະກອບມີ 6 ວິຊາທີ່ຈຳເປັນສຳລັບປັບປຸງການບໍລິຫານທຸລະກິດບວກກັບກອງປະຊຸມລາຍງານຜົນ. ແຕ່ລະວິຊາຈະໃຊ້ເວລາທັງໝົດ 1 ເດືອນ ໃນນັ້ນຜູ້ເຂົ້າຝຶກອົບຮົມຈະໄດ້ເຂົ້າຮຽນຕົວຈິງຢ່າງເຕັມເວລາເປັນເວລາໜຶ່ງອາທິດ, ສ່ວນເວລາທີ່ເຫຼືອໃນເດືອນດັ່ງກ່າວຜູ້ເຂົ້າຝຶກອົບຮົມຈະໄດ້ເຮັດວຽກບ້ານດ້ວຍການນຳເອົາບົດຮຽນທີ່ໄດ້ຈາກການຮຽນໃນຫ້ອງໄປໝູນໃຊ້ເຂົ້າໃນວຽກງານຕົວຈິງພ້ອມທັງວິເຄາະ ແລະ ວາງແຜນປັບປຸງທຸລະກິດ. ຜ່ານການເຮັດຕົວຈິງດັ່ງກ່າວ ພາຍຫຼັງສຳເລັດຫຼັກສູດ 6 ເດືອນຜູ້ເຂົ້າຮ່ວມຝຶກອົບຮົມຈະສາມາດມີຜົນການວິເຄາະລະອຽດ ແລະ ພັດທະນາແຜນການປັບປຸງທຸລະກິດຂອງຕົນຢ່າງເປັນລະບົບ. ຫຼັກຈາກປິດຫຼັກສູດ ຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດຈະໄດ້ໄປທັດສະນະສຶກສາຢູ່ປະເທດຢີ່ປຸ່ນ ເປັນເວລາ 2 ອາທິດ.
  

scheduleຕາຕະລາງຮຽນ: 
ວັນຈັນ - ວັນສຸກ
ເວລາ 9 ໂມງ ຫາ 16 ໂມງ (ພັກຜ່ອນຮັບປະທານອາຫານທ່ຽງ 1 ຊົ່ວໂມງ).

subjectລາຍຊື່ວິຊາຮຽນ: 
• ຍຸດທະສາດທາງທຸລະກິດ
• ຍຸດທະສາດການບໍລິຫານບຸກຄະລາກອນ
• ການບໍລິຫານການດໍາເນີນງານ
• ຍຸດທະສາດການຕະຫຼາດ
• ບໍລິຫານການເງິນ
• ການພັດທະນາແຜນທຸລະກິດ
ກອງປະຊຸມລາຍງານຜົນ ແລະ ຖອດຖອນບົດຮຽນ 
 

peopleຈຳນວນຜູ້ເຂົ້າຝຶກອົບຮົມຕໍ່ຊຸດ: 
15~20 ທ່ານ

accessibilityເງື່ອນໄຂສຳລັບຜູ້ເຂົ້າຝຶກອົບຮົມ:
• ຜູ້ເຂົ້າຮ່ວມຫຼັກສູດ “keiei-juku”ຕ້ອງແມ່ນຜູ້ບໍລິຫານລະດັບສູງຂອງບໍລິສັດຊຶ່ງເປັນຜູ້ທີ່ມີບົດບາດ ແລະ ສາມາດດຳເນີນການວິເຄາະສະພາບປະຈຸບັນ, ສ້າງແຜນ ແລະ ຈັດຕັ້ງປະຕິບັດການປັບປຸງທີ່ເໝາະສົມສຳລັບບໍລິສັດ.
 • ຜູ້ເຂົ້າຝຶກອົບຮົມຕ້ອງມີຄວາມສາມາດດ້ານພາສາອັງກິດທີ່ສາມາດສື່ສານໄດ້ດີເພື່ອໃຫ້ສາມາດຮຽນຮູ້ໂດຍກົງຈາກຊ່ຽວຊານຍີ່ປຸ່ນພ້ອມທັງແລກປ່ຽນບົດຮຽນກັບຊ່ຽວຊານ. ຄວາມສາມາດດ້ານພາສາອັງກິດມີຄວາມຈຳເປັນຫຼາຍເຖິງວ່າໃນການຮຽນຕົວຈິງ ໂຄງການຫຼັກສູດຈະມີການແປເປັນພາສາລາວໃຫ້ກໍຕາມ.
 • ຜູ້ເຂົ້າຝຶກອົບຮົມກໍຕ້ອງໄດ້ຕັດສິນໃຈໃນການເຂົ້າຮ່ວມການຝຶກອົບຮົມ, ດຳເນີນການວິເຄາະ ແລະ ວາງແຜນການປັບປຸງ. ການຂາດຮຽນແມ່ນບໍ່ອະນຸຍາດເດັດຂາດ.
 • ຖ້າຫາກທ່ານໃດບໍ່ເຂົ້າຮ່ວມໂຄງການຢ່າງເຕັມສ່ວນ ຫຼື ບໍ່ສາມາດດຳເນີນການວິເຄາະ ແລະ ວາງແຜນການປັບປຸງຢ່າງສົມເຫດສົມຜົນຈະຖືວ່າບໍ່ສາມາດສຳເລັດການຝຶກອົບຮົມໃນຫຼັກສູດນີ້. ສະຖາບັນລາວ-ຍີ່ປຸ່ນຈະອອກໃບຢັ້ງຢືນການສຳເລັດຫຼັກສູດໃຫ້ພຽງແຕ່ຜູ້ທີ່ສາມາດປະຕິບັດຕາມເງື່ອນໄຂຂອງຫຼັກສູດເທົ່ານັ້ນ. 

monetization_onຄ່າຮຽນ: US$2000
(2,000 ໂດລາ)

Syllabus

Mitsuo TAMADA
Akifumi Nakanishi

Founder & CEO of AuSTLLC

Experiences in providing advice to various companies as Executive Director at The World Bank Group, and also as a country economist at the Daiwa Institute of Research Ltd in the past.

Corporate Strategy

Objectives
We have faced with global, drastic, complex and leaping changes in the business to make it difficult to win the mega competition and to satisfy the customer without comprehensive understanding and deep thinking of the situations. To cope with the situation above, we have to master the strategic management to be strategic in management and this course will provide the participants with the knowledge and the knowhow of how to deal with the situation. 

Outline 
1) Situations surrounding today’s management 
2) What is a strategic management? 
3) What are management issues? 
4) How to deal with issues through BSC

Mitsuo TAMADA
Mitsuo TAMADA

President & CEO, Truspire Co.,Ltd., EBRD Senior Industrial Advisor

30 years working experience at Japanese textile company, and also providing advice on Production/Operation, Sales Management, Marketing to companies in various countries.

Operation Management

Objectives 

Outline 

Masakazu Hirakawa
Masakazu Hirakawa

President and Founder of M’S Consulting Inc.

A Trusted strategic advisor for various companies inc. start-up. Experienced in supporting many companies to develop short-term growth strategies and marketing business development plans

Marketing Strategy

Objectives 
A Trusted strategic advisor for various companies inc. start-up. Experienced in supporting many companies to develop short-term growth strategies and marketing business development plans

Outline 
1) Situations surrounding today’s management 
2) What is a strategic management? 
3) What are management issues? 
4) How to deal with issues through BSC

Rie Shinozaki
Kyoko YAMAZAKI

Specially appointed professor, Rikkyo University. Vice Chief Director, Japan Society for Human Resource Management 

Experienced in providing advise & consultation to various companies

Strategic Human Resource Management

Objectives 
People, Material and Money are the most important resources in management, however, people issues comes last under developing economy. Turnover or abandonment of worker is the outcome of NO strategic management for Human Resources. Strategic Human resource Management (SHRM) means that not only the solution for people issues, but also the powerful tool to keep competitive advantage at market economy. In this course, participants will learn how to link the company vision & strategy to the HR strategy &each practice.

Outline 
1) Understanding the background of people and organization issues; motivation, division of labor, adult learning, teamwork & leadership 
2) Understanding the HR practices; hiring, development, evaluation, rewards, retention. 
3) Understanding the differences of Japanese HR system and Western HR system; hiring new graduate, lifelong employment, job rotation. 
4) Deep considering of HR strategy to fit into own business  

Rie Shinozaki
Rie Shinozaki

President of Super Troupers Inc. Consultant of World Business Association Co., Ltd.  

Progressive responsible experience in business analysis, accounting and finance in a competitive international environment.

Financial Management

Objectives 
Participants will learn about Financial Strategy which is required for management and managers in SME and are expected to get a correct and/or a better understanding of it in order to improve their management skills in terms of financing activities.

Outline 
 To understand the essence of major concepts 
 To acquire basics to consider and develop your own financing strategy 
 To be able to apply what you learned for real issues 

Akifumi Nakanishi
Akifumi Nakanishi

Founder & CEO of AuSTLLC

Experiences in providing advice to various companies as Executive Director at The World Bank Group, and also as a country economist at the Daiwa Institute of Research Ltd in the past.

Business Plan

Objectives 
Participants will learn the framework of developing and evaluating business plan. Each participant will develop a draft of his/her company’s business plan.

Outline 
The lecturer shall guide the participants through the lecture and workshop, so that they will learn the frameworks to develop business plans. 
The lecturer presents many case studies and responds to questions from the participants.
 At workshop, the lecturer requests each participant to develop a draft business plan of his/her company.