ຫຼັກສູດພາສາຍີ່ປຸ່ນ

ຫຼັກສູດພາສາຍີ່ປຸ່ນສ້າງຂຶ້ນເພື່ອຕອບສະໜອງຄວາມຮຽກຮ້ອງຂອງສັງຄົມລາວທີ່ຕ້ອງການສຶກສາພາສາຍີປຸ່ນ, ຈຶ່ງໄດ້ເລີ່ມຕົ້ນເປີດຫຼັກສູດໃນປີ 2012 ໂດຍການສະໜັບສະໜຸນຂອງມູນນິທິຍີ່ປຸ່ນ (Japan Foundation)
ຫຼັກສູດມາດຕະຖານແມ່ນຮຽນມື້ລະ 2 ຊົ່ວໂມງ ແລະ ໃນ 1 ເທີມ ເທົ່າກັບ 4.5 ເດືອນ ຫຼື 18 ອາທິດ. ຫ້ອງຮຽນລະດັບເລີ່ມຕົ້ນ (B1-B3) ຈົບລະດັບນີ້ແມ່ນ 3 ປີ. ເພື່ອຍົກລະດັບພາສາຍີ່ປຸ່ນໃຫ້ສູງຂຶ້ນ ພວກເຮົາຈຶ່ງແນະນໍາຫ້ອງຮຽນລະດັບປານກາງ (In1-In3) ໃຊ້ເວລາຮຽນ 1 ປີ. 
ນອກຈາກນັ້ນ ຍັງມີໂອກາດຫຼາຍຢ່າງອີກສໍາລັບຜູ້ທີ່ຮຽນເກັ່ງ ແລະ ມີຄະແນນດີ ເຊັ່ນ ການໄປສຶກສາຕໍ່ຢູ່ຍີ່ປຸ່ນ, ໄປທັດສະນະສຶກສາ, ໂອກາດໃນການຮັບທຶນຮຽນຟຼີ. ນອກຈາກນີ້, ຫຼັກສູດພາສາຍີ່ປຸ່ນຍັງເປີດສອນພາກພັກແລ້ງ ແລະ ຈັດຝຶກອົບຮົມດ້ານພາສາຍີ່ປຸ່ນໃຫ້ແກ່ອົງກອນ ຫຼຶ ບໍລິສັດ ອີກດ້ວຍ.

ຈຸດເດັ່ນຂອງຫຼັກສູດ

Your image
Your image
Your image
Your image
Your image


ຮຽນພາສາຍີ່ປຸ່ນຕ້ອງທີ່ ສລຍ

Your image

ຫຼັກສູດປົກກະຕິ

ຊ່ວງເວລາເປີດຫຼັກສູດ: ກັນຍາ - ມັງກອນ ແລະ ມີນາ – ກໍລະກົດ (1 ເທີມ = 4.5 ເດືອນ)
Your image

ລະດັບເລີ່ມຕົ້ນ 1 (B1, B2, B3) / JLPT N5
“ມາລຶໂຄະໂຕະ” ແມ່ນການຮຽນຮູ້ທັງພາສາ ແລະ ວັດທະນະທຳຂອງຍີ່ປຸ່ນ, ສາມາດໃຊ້ພາສາຍີ່ປຸ່ນເຂົ້າໃນການສື່ສານໃນຫົວຂໍ້ຕ່າງໆ, ການເຮັດວຽກ, ການຊື້ເຄື່ອງ, ຮຽນຮູ້ກ່ຽວກັບລະດູການ, ວັດທະນະທຳ ແລະ ສະພາບຕົວເມືອງຂອງຍີ່ປຸ່ນ, ສາມາດອ່ານຂຽນໂຕຄັນຈິໄດ້ປະມານ 100ໂຕ.
ຄ່າຮຽນ: 550,000 ກີບ/ເທີມ.

Your image

ລະດັບເລີ່ມຕົ້ນ 2 (B4, B5, B6) / JLPT N4
 ສາມາດອະທິບາຍກ່ຽວກັບຄວາມສົນໃຈ, ປະສົບການ, ຄວາມຝັນ, ຄວາມຄິດເຫັນ ແລະຄວາມປະທັບໃຈຂອງຕົນເອງ. ສາມາດໂອ້ລົມຢ່າງສຸພາບ ແລະ ສະແດງອອກຢ່າງເປັນກັນເອງກັບຄູ່ສົນທະນາ. ສາມາດອ່ານຂຽນໂຕຄັນຈິໄດ້ປະມານ 300ໂຕ.
ຄ່າຮຽນ: 550,000 ກີບ/ເທີມ. 

Your image

ລະດັບເລີ່ມຕົ້ນຂອງລະດັບກາງ 1 (In1) / JLPT N4 - N3
ຈັດແຈງຮູບປະໂຫຍກເບື້ອງຕົ້ນ ແລະ ເພີ່ມທັກສະການນຳໃຊ້. ເພີ່ມທັກສະການອ່ານ, ການຟັງເພື່ອກຽມສຳລັບຮຽນລະດັບກາງ. ສາມາດອ່ານຂຽນໂຕຄັນຈິໄດ້ປະມານ 350ໂຕ.
ຄ່າຮຽນ: 550,000 ກີບ/ເທີມ. 

Your image

ລະດັບກາງ 2 (In2, In3) / JLPT N3
ສາມາດສົນທະນາກ່ຽວກັບຫົວຂໍ້ທົ່ວໄປໃນສັງຄົມ. ສາມາດຮັບຮູ້ຂໍ້ມູນໄດ້ຈາກການຟັງແລະການອ່ານ. ສາມາດເຂົ້າໃຈໂຕຄັນຈິໄດ້ປະມານ 500ໂຕ.
ຄ່າຮຽນ: 550,000 ກີບ/ເທີມ. 

Your image

ຫຼັກສູດກຽມສໍາລັບຫຼັກສູດປົກກະຕິ

ເປັນຫຼັກສູດສຳລັບຜູ້ທີ່ບໍ່ເຄີຍຮຽນພາສາຍີ່ປຸ່ນມາກ່ອນ. ເນື້ອໃນແມ່ນອ່ານ, ຂຽນຕົວອັກສອນຮິລະງະນະ, ຄະຕະກະນະ ແລະ ບົດສົນທະນາງ່າຍໆໃນຊີວິດປະຈຳວັນ. ຫຼັງຈາກຮຽນຈົບຫ້ອງກຽມແລ້ວສາມາດເຂົ້າຮຽນຕໍ່ຫ້ອງປົກກະຕິໄດ້.

Your image

ຫຼັກສູດພິເສດ

ຫຼັກສູດໄລຍະພັກແລ້ງ

ເປັນຫຼັກສູດທີ່ເປີດຊ່ວງພັກແລ້ງ ເປົ້າໝາຍຫຼັກແມ່ນແນໃສ່ນັກຮຽນມັດທະຍົມຕົ້ນ-ປາຍທີ່ຢາກສຳພັດພາສາ ແລະ ວັດທະນະທຳຍີ່ປຸ່ນ.

ຫຼັກສູດພາສາຍີ່ປຸ່ນຕາມຄວາມຕ້ອງການຂອງລູກຄ້າ

ສອນພາສາ ແລະ ວັດທະນະທຳຍີ່ປຸ່ນເພື່ອໃຫ້ສອດຄ່ອງກັບໂຮງຮຽນຫຼື ທຸລະກິດ, ມີການຈັດສົ່ງອາຈານໄປສອນເຖິງສະຖານທີ່, ສາມາດຕິດຕໍ່ຫາພວກເຮົາໄດ້ຕະຫຼອດ. ໂທ: (+856-30) 5210746

Your image

ການແຂ່ງຂັນເວົ້າພາສາຍີ່ປຸ່ນ

ທຸກໆປີ, ນັກຮຽນຜູ້ທີ່ມີຄວາມສົນໃຈ ແລະ ເວົ້າພາສາຍີປຸ່ນເກັ່ງ ສາມາດສະໝັກເຂົ້າແຂ່ງລາຍການ ແຂ່ງຂັນເວົ້າພາສາຍີ່ປຸ່ນ. ຜູ້ຊະນະເລີດລາງວັນທີ 1 ລະດັບກາງ (Intermediate) ຈະໄດ້ເປັນໂຕແທນປະເທດລາວ ເຂົ້າແຂ່ງຂັນເວົ້າພາສາຍີ່ປຸ່ນໃນລະດັບອາຊຽນ

Your image
 

ອາຈານພາສາຍີ່ປຸ່ນທີ່ມີປະສົບການສູງ

All of them are expertise in Japanese Language

Your image
ອຈ. ໝອນເພັດ

In1, In2 & In3

Your image
ອຈ. ວິຖຸນາ

B2 & B3

Your image
ອຈ. ມະລິຈັນ

B1, B2, B3 & B4

Your image
ອຈ. ທອງຂັນ

B3 & B4

Your image
ອຈ. ວິຍະເກດ

B1

Your image
ອຈ. ແສງອາລຸນ

B4 & B5

Your image
ອຈ. ແສງດາວ

B2

Your image
ອຈ. ແກ້ວລະຄອນ

B5

 

ວີດີໂອຮຽນພາສາຍີ່ປຸ່ນ

EP1: Greeting words
EP2: Introduce yourself
EP3: Invite your friend to have lunch together
EP4: Ordering food at a restaurant

EP5: Food tastes

EP6: Asking and giving for direction
EP7: Invite your friend to a party
EP8: Birthday wish
EP9: Talking with new friend
EP10: Grab a taxi
EP11: Shopping
EP13: Plan for sightseeing around Vientiane
EP14: Lao & Japanese New Year
EP15: Talking about goal in 2020