ດ້ຈັດຂຶ້ນດ້ວຍຄວາມເປັນເຈົ້າການຂອງຜູ້ເຂົ້າຮ່ວມຫຼັກສູດຜູ້ບໍລິຫານລະດັບສູງຂອງບໍລິສັດຮຸ່ນທີ 6 (Keiei Juku-6th batch) ຂອງສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ຂອງພວກເຮົາ ພາຍຫຼັງທີ່ເຂົາເຈົ້າໄດ້ຮຽນຈົບຫຼັກສູດ 6 ເດືອນຢູ່ທີ່ ສລຍ ແລະ ໄດ້ໄປທັດສະນະສຶກສາ ຢູ່ປະເທດຍີ່ປຸ່ນເປັນເວລາ 10ມື້ ກັບມາແລ້ວ. ງານພົບປະແລກປ່ຽນດັ່ງກ່າວ ໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 28 ກໍລະກົດ 2023 ຢູ່ທີ່ໂຮງແຮມ Crown plaza. ໃນງານໄດ້ມີແຂກທັງຝ່າຍລາວ ແລະ ຝ່າຍຍີ່ປຸ່ນເຂົ້າຮ່ວມເປັນຈໍານວນ 100 ກວ່າທ່ານ, ໃນນັ້ນທາງຝ່າຍລາວມີ ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ປະທານສະມາຄົມ SME ລາວ, ຄະນະສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ຄະນະນໍາ ສະຖາບັນ ລາວ-ຍີ່ປຸ່ນ; ສ່ວນຝ່າຍຍີ່ປຸ່ນ ມີ ທ່ານ KOBAYASHI Kenichi ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ NAGASE Toshio ຫົວໜ້າອົງການ JICA ປະຈໍາລາວ, ທ່ານຜູ້ຕາງໜ້າອົງການການຄ້າສາກົນຍີ່ປຸ່ນ ປະຈໍາລາວ, ຄະນະນໍາ Keiei Juku Lao ແລະ ນັກທຸລະກິດຈາກຫຼາຍຂະແໜງການກໍ່ໄດ້ເຂົ້າຮ່ວມພົບປະແລກປ່ຽນໃນງານຄັ້ງນີ້ ດ້ວຍບັນຍາກາດທີ່ເປັນກັນເອງ ຟົດຟື້ນມ່ວນຊື່ນ ແລະ ບັນລຸຕາມຈຸດປະສົງທີ່ຕັ້ງໄວ້ທຸກປະການ
ແນະນໍາວີດີໂອທີ່ເປັນປະໂຫຍດສໍາລັບການເຮັດວຽກຢູ່ປະເທດຍີ່ປຸ່ນ
ປະເທດຍີ່ປຸ່ນເປັນປະເທດທີ່ສັງຄົມຜູ້ສູງອາຍຸກໍາລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ດັ່ງນັ້ນ,ອົງການJICAໄດ້ສ້າງວີດີໂອແນະນໍາສະບັບພາສາລາວຂ້າງລຸ່ມນີ້ ເພື່ອສົ່ງເສີ່ມໃຫ້ຄົນຕ່າງປະເທດທີ່ມີອາຍຸໜຸ່ມນ້ອຍ ແລະ ມີຄວາມສາມາດໄປເຮັດວຽກຢູ່ປະເທດຍີ່ປຸ່ນ.
ວີດີໂອອະທິບາຍກ່ຽວກັບການດໍາລົງຊີວິດ ແລະ ທໍານຽມປະຕິບັດທາງທຸລະກິດຢູ່ປະເທດຍີ່ປຸ່ນ.
ເຊີນທ່ານຮັບຊົມໄດ້.
1.ທຳນຽມປະຕິບັດທາງທຸລະກິດຂອງປະເທດຍີ່ປຸ່ນ
ວີດີໂອນີ້ຈະແນະນໍາທໍານຽມປະຕິບັດທາງທຸລະກິດຂອງຍີ່ປຸ່ນ ແລະ ວິທີເຮັດວຽກ ທີ່ເປັນລັກສະນະສະເພາະຜ່ານລະຄອນ.
2.ສຳລັບຜູ້ທີ່ຈະເຮັດວຽກຢູ່ປະເທດຍີ່ປຸ່ນ
ວີດີໂອນີ້ແນະນໍາກ່ຽວກັບສະຖານະພາບການຢູ່ອາໄສ,ການເຮັດວຽກ ແລະ ການດໍາລົງຊີວິດຜ່ານບົດສຳພາດຄົນຕ່າງປະເທດທີ່ກໍາລັງເຮັດວຽກຢູ່ປະເທດຍີ່ປຸ່ນ ເພື່ອໃຫ້ໄດ້ເຫັນພາບຂອງຊີວິດການເປັນຢູ່ ແລະ ການເຮັດວຽກຢູ່ຍີ່ປຸ່ນໄດ້ຢ່າງລະອຽດ.
3.ແນະນຳການດຳລົງຊີວິດຢູ່ປະເທດຍີ່ປຸ່ນ
ວີດີໂອນີ້ແນະນຳກ່ຽວກັບການດໍາລົງຊີວິດຢູ່ປະເທດຍີ່ປຸ່ນຢ່າງລະອຽດ ສໍາລັບຄົນຕ່າງປະເທດທີ່ກໍາລັງຄິດຈະໄປເຮັດວຽກຢູ່ຍີ່ປຸ່ນ.
4.ອອກແບບອາຊີບ
ເນື້ອໃນຂອງວີດີໂອນີ້ຈະຊ່ວຍໃຫ້ທ່ານສໍານຶກພາບຂອງການວາງແຜນອາຊີບຂອງທ່ານໄດ້ຢ່າງລະອຽດ. ໃນວີດີໂອຈະແນະນໍາເສັ້ນທາງອາຊີບຕ່າງໆໂດຍຜ່ານການສໍາພາດຜູ້ທີ່ເຄີຍເຮັດວຽກຢູ່ປະເທດຍີ່ປຸ່ນ.
5.ຫຼັກສູດການອອກແບບອາຊີບ ອຸດສາຫະກຳບຳລຸງຮັກສາ ແລະ ສ້ອມແປງລົດ
ເນື້ອໃນຂອງວີດີໂອນີ້ຈະແນະນໍາກ່ຽວກັບລາຍລະອຽດວຽກ ແລະ ເສັ້ນທາງອາຊີບໃນຂະແໜງ ການບໍາລຸງຮັກສາ ແລະ ສ້ອມແປງລົດຢູ່ປະເທດຍີ່ປຸ່ນ.
6.ຫຼັກສູດການອອກແບບອາຊີບ ອຸດສາຫະກຳຜະລິດອາຫານ ແລະ ເຄື່ອງດື່ມ
ເນື້ອໃນຂອງວີດີໂອນີ້ຈະແນະນໍາກ່ຽວກັບລາຍລະອຽດວຽກ ແລະ ເສັ້ນທາງອາຊີບໃນຂະແໜງ ການຜະລິດອາຫານ ແລະ ເຄື່ອງດື່ມຢູ່ປະເທດຍີ່ປຸ່ນ.
7.ຫຼັກສູດການອອກແບບອາຊີບ ອຸດສາຫະກຳທຳຄວາມສະອາດອາຄານ
ເນື້ອໃນຂອງວີດີໂອນີ້ຈະແນະນໍາກ່ຽວກັບລາຍລະອຽດວຽກ ແລະ ເສັ້ນທາງອາຊີບສໍາລັບອຸດສາຫະກໍາທໍາຄວາມສະອາດອາຄານຢູ່ປະເທດຍີ່ປຸ່ນ.
Laos-Japan Institute
ຂ່າວດີ! ສຳລັບທ່ານທີ່ຍັງບໍ່ທັນສະໝັກເຂົ້າຮ່ວມໂຄງການ LJI SUSU Scale-up Batch 2!!. ມື້ປິດຮັບສະໝັກໄດ້ເລື່ອນໄປເປັນວັນທີ 6 ສິງຫາ 2023 ແລ້ວ. ນີ້ເປັນໂອກາດເພື່ອຮັບການສະໜັບສະໜູນດ້ານການເງິນ (ລວມທັງໝົດ USD 60,000 ສູງສຸດ 5 ບໍລິສັດ!) ພ້ອມດ້ວຍການໃຫ້ຄຳປຶກສາໃນການຂະຫຍາຍທຸລະກິດຂອງທ່ານ.
ໂອກາດດີໆແບບນີ້ ພາດບໍ່ໄດ້ແລ້ວ!!!
ເຖິງທ່ານຈະບໍ່ແນ່ໃຈວ່າມີສິດເຂົ້າຮ່ວມໄດ້ບໍ່, ກໍສາມາດລົງທະບຽນມາກ່ອນໄດ້. ພວກເຮົາຍິນດີຕ້ອນຮັບທຸກທ່ານທີ່ມີຄວາມມັກຮັກໃນທຸລະກິດຂອງເຂົາຕົນ
ຫຼື ຫາກທ່ານມີຄຳຖາມເພີ່ມເຕີມກໍສາມາດຖາມພວກເຮົາໄດ້
ທ່ານສາມາດສະໝັກໄດ້ທີ່:
https://docs.google.com/.../1FAIpQLSc55X0l3NV.../viewform...
ສຳລັບຂໍ້ມູນເພີ່ມເຕີມ, ສາມາດເບິ່ງໄດ້ທີ່ລິ້ງລຸ່ນນີ້:https://m.facebook.com/story.php?story_fbid=pfbid024eHy6wAbmG761VgHEjCocH5uNsBzuy4s6JnNShSKfW8Prth8qRKJM2GNzRJMLHhSl&id=100064522879751&mibextid=ZbWKwLແລະ
https://drive.google.com/.../1_L5a3tPFHomVTpEyQ...
*ພວກເຮົາຂໍຂອບໃຈທຸກທ່ານທີ່ໄດ້ສົ່ງແບບຟອມສະໝັກໃຫ້ພວກເຮົາແລ້ວ. ແຕ່ເນື່ອງຈາກວ່າມີຫຼາຍທ່ານທີ່ເພິ່ນຫາກໍ່ໄດ້ຮູ້ຂໍ້ມູນກ່ຽວກັບໂຄງການ LJI SUSU Scale-up ແລະ ຕ້ອງການເວລາໃນການປະກອບຟອມ, ພວກເຮົາຈຶ່ງໄດ້ເລື່ອນມື້ປິດຮັບສະໝັກເປັນວັນທີ 6 ເດືອນສິງຫາ, ເພື່ອໃຫ້ທຸກທ່ານໄດ້ຮັບໂອກາດໃນການສະໝັກເຂົ້າຮ່ວມໂຄງການຫຼາຍຂຶ້ນ.
#LJI #LJISUSU #Scaleup #Entrepreneurship #Startups #SMEs #Ecosytem
[The application deadline for LJI SUSU Scale-up Batch 2 has been extended!]
Good news for those who have not yet applied for LJI SUSU Scale-up Batch 2!!
The application deadline has been extended to 6 August 2023. This is an opportunity to receive financial (USD 60,000 in total for up to 5 companies) and mentoring support for your business to grow!
Do not miss this opportunity!!!
If you're uncertain about your eligibility to participate, please REGISTER. We warmly welcome anyone with a passion for their business .
Or if you have any questions, please ask us anything
Apply here:
https://docs.google.com/.../1FAIpQLSc55X0l3NV.../viewform...
For further information, please click on the following link:
https://m.facebook.com/story.php?story_fbid=pfbid024eHy6wAbmG761VgHEjCocH5uNsBzuy4s6JnNShSKfW8Prth8qRKJM2GNzRJMLHhSl&id=100064522879751&mibextid=ZbWKwL
and
https://drive.google.com/.../1_L5a3tPFHomVTpEyQ...
* We would like to thank those who have already submitted their applications on time regarding the deadline extension . Since many people got to know LJI SUSU Scale-Up recently and they need more time, we thus decided to extend the deadline until 6 August. We hope extending the deadline will benefit participants eventually.
#LJI #LJISUSU #Scaleup #Entrepreneurship #Startups #SMEs #Ecosytem