Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນການຮ່ວມມືລະຫວ່າງສະຖາບັນການທະນາຄານ (ສທລ) ແລະ ສະຖາບັນລາວ-ຍີ່ປຸ່ນ (ສລຍ) ຈັດຂຶ້ນໃນວັນທີ 27/04/2022 ທີ່ຫ້ອງປະຊຸມໃຫຍ່ຂອງ ສລຍ. ເລີ່ມຕົ້ນການປະຊຸມໂດຍ ທ່ານ ປອ. ພອນແກ້ວ ຈັນທະມາລີ, ຜູ້ອໍານວຍການ ສລຍ ກ່າວຕ້ອນຮັບຄະນະອາຈານຈາກ ສທລ, ຈາກນັ້ນ ທ່ານ ປອ. ອາຄົມ ປຣະເສີດ, ຫົວໜ້າ ສທລ ໄດ້ກ່າວຈຸດປະສົງຂອງການປະຊຸມໃນຄັ້ງນີ້.
ສທລ ແລະ ສລຍ ໄດ້ເຊັນບົດບັນທຶກຊ່ວຍຈໍານັບຕັ້ງແຕ່ປີ 2014 ເປັນຕົ້ນມາ ເຊິ່ງແຕ່ລະປີແມ່ນໄດ້ຈັດກອງປະຊຸມແລກປ່ຽນ-ຖອດຖອນບົດຮຽນນໍາກັນເປັນປະຈໍາ ເພື່ອສະຫຼຸບຜົນງານການຮ່ວມມື ແລະ ວາງທິດທາງແຜນການໃນປີຖັດໄປ. ທັງສອງຝ່າຍໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນມາໂດຍຕະຫຼອດ ພາຍໃຕ້ຮູບການຈັດການຝຶກອົບຮົມຕ່າງໆ, ນໍາສົ່ງຄູອາຈານທີ່ປະສົບການໃນການໄປຊ່ວຍສອນ, ເຮັດໂຄງການຄົ້ນຄວ້າວິຊາການຮ່ວມກັນ, ຈັດການແຂ່ງຂັນກິລາມິດຕະພາບ ແລະ ອື່ນໆ.