Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ງານສົ່ງເສີມການພັດທະນາທຸລະກິດ ເພື່ອປະກອບສ່ວນແກ້ໄຂບັນຫາທາງສັງຄົມ ພາຍໃຕ້ໂຄງການ LJI SUSU Scale-Up
ໃນວັນທີ 28 ກັນຍາ 2022, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ພ້ອມການສະໜັບສະໜູນຂອງອົງການໄຈກາ (JICA) ໄດ້ຈັດງານສົ່ງເສີມພັດທະນາທຸລະກິດ ເພື່ອປະກອບສ່ວນແກ້ໄຂບັນຫາທາງສັງຄົມພາຍໃຕ້ໂຄງການ LJI SUSU ເຊິ່ງຮ່ວມຈັດໂດຍ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ (JETRO) ແລະ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ພາຍໃຕ້ການຊີ້ນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ.
ສລຍ ໄດ້ເປີດໂຄງການ LJI SUSU (Scale-Up) ພາຍໃຕ້ໂຄງການພັດທະນາທຸລະກິດໃນເດືອນຕຸລາ 2021 ເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ-ສັງຄົມລາວ. ໂຄງການດັ່ງກ່າວມີຈຸດປະສົງເພື່ອສ້າງທ່າແຮງໃນການແຂ່ງຂັນ ແລະ ການສ້າງເຄື່ອຂ່າຍທາງທຸລະກິດໃຫ້ບັນດາຫົວໜ່ວຍທຸລະກິດ ເຊິ່ງຕິດພັນກັບບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດເປັນຕົ້ນແມ່ນປະເທດຍີ່ປຸ່ນ.
ງານດັ່ງກ່າວແມ່ນໄດ້ຮັບກຽດໃນການກ່າວເປີດພິທີໂດຍ ທ່ານ. ໂນລິຢູກິ ອີໂຕະ (Noriyuki ITO), ຮອງຫົວໜ້າຫ້ອງການໄຈກາປະຈໍາລາວລາວ (JICA), ສຈ. ປອ. ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ດຣ. ບຸນເພັງ ສີບຸນເຮືອງ, ຜູ້ອຳນວຍການກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ແລະ ທ່ານ. ຢາສູຊິ ກິກູຈິ (Yasushi KIKUCHI), ຕ່າງໜ້າທີ່ປຶກສາຂອງອົງການສົ່ງເສີ່ມການຄ້າຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ (JETRO).
ທັງ 4 ບໍລິສັດທີ່ໄດ້ເຂົ້າຮ່ວມໃນການແຂ່ງຂັນແຜນທຸລະກິດ LJI SUSU ໃນເດືອນທັນວາ ປີ 2021 ທີ່ຜ່ານມານີ້ ແມ່ນໄດ້ຮັບຄຳແນະນຳຈາກ Mentor ຂອງ LJI SUSU ແລະ ສາມໃນສີ່ບໍລິສັດທີ່ກ່າວມານັ້ນ ແມ່ນໄດ້ຮັບການສະໜັບສະໜູນເງິນທຶນຈາກອົງການໄຈກາ (JICA) ເພື່ອດຳເນີນການຈັດຕັ້ງປະຕິບັດແຜນທຸລະກິດໃຫ້ປະກົດຜົນເປັນຈິງ (Proof of Concept) ເປັນໄລຍະເວລາ 6 ເດືອນ.
ນອກຈາກທັງ 4 ບໍລິສັດທີ່ໄດ້ມານຳສະເໜີທຸລະກິດຂອງຕົນແລ້ວ, ພວກເຂົາຍັງຊອກຫາຄູ່ຮ່ວມທຸລະກິດສາມາດເຮັດວຽກຮ່ວມກັນໃນດ້ານຕ່າງໆ.
4 ບໍລິສັດມີແຜນທຸລະກິດທີ່ມານໍາສະເໜີດັ່ງລຸ່ມນີ້:
1. ແອັບຈອງປີ້ໂດຍສານເວຫາ: ເປັນແອັບພິຣເຄຊັນທຳອິດຂອງປະເທດລາວທີ່ສາມາດຈອງປີ້ໂດຍສານຄົບຈົບໃນແອັບດຽວ.
2. ແອັບແຊບ: ລະບົບການບໍລິຫານຈັດການຮ້ານອາຫານທີ່ທັນສະໄໝ ເພື່ອກາຍມາເປັນສຸດຍອດແອັບພິເຄຊັນຂອງປະເທດລາວ.
3. ຄັອບແຊຣ: ຊຸກຍູ້ສົ່ງເສີມຊາວກະສິກອນລາວ ເພື່ອໃຫ້ຂະແໜງກະສິກຳລາວມີການຈະເລີນເຕີບໂຕໄປຄຽງຄູກັນ.
4. ບັນຊີ.la LITE: ລະບົບການບໍລິຫານ-ການບັນຊີອອນໄລທີ່ສ້າງມາໃຫ້ແທດເໝາະສຳລັບຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ຢູ່ໃນລາວ.
ນອກຈາກນັ້ນ, ບໍລິສັດຍີ່ປຸ່ນທີ່ມີຊື່ວ່າ Music Securities Inc. ໄດ້ຮ່ວມບັນຍາຍໃນຫົວຂໍ້ “ປັດໄຈສຳຄັນທີ່ມີຜົນຕໍ່ກັບນັກລົງທຶນ” ແລະ ບໍລິສັດ ໂລກາ ຈຳກັດ ເຊິ່ງເປັນບໍລິສັດຂອງຄົນລາວທີ່ປະສົບຜົນສຳເລັດ, ໄດ້ມາຮ່ວມແບ່ງປັນປະສົບການໃນຫົວຂໍ້ “ຍຸດທະສາດການຂະຫຍາຍຕົວ ແລະ ການຂະຫຍາຍເຄື່ອຂ່າຍທາງທຸລະກິດ” ແລະ ນອກຈາກນີ້ຍັງມີລາງວັນພິເສດໃຫ້ກັບບໍລິສັດທີ່ມີຄວາມພະຍາຍາມໃນການສ້າງຄຸນຄ່າໃຫ້ກັບສັງຄົມລາວດັ່ງນີ້:
📌 ແອັບຈອງປີ້ໂດຍສານເວຫາ ໄດ້ຮັບຮາງວັນຜົນປະກອບການດີເດັ່ນ
📌 ຄັອບແຊຣ ໄດ້ຮັບຮາງວັນຮູບແບບທຸລະກິດທີ່ສ້າງຄຸນຄ່າໃຫ້ແກ່ສັງຄົມ
ງານສົ່ງເສີ່ມການພັດທະນາທຸລະກິດ ແມ່ນໄດ້ຈັດເປັນ 2 ແບບກໍຄື ແບບເຊິ່ງໜ້າ ແລະ ແບບອອນໄລ ແລະ ມີຜູ້ເຂົ້າຮ່ວມຫຼາຍກວ່າ 150 ຕ່າງໜ້າບໍລິສັດເຂົ້າຮ່ວມທັງປະເທດລາວ ແລະ ຍີ່ປຸ່ນ ເຊິ່ງໃນນັ້ນ ໄດ້ມີນັກລົງທຶນຫຼາຍກວ່າ 16 ທ່ານ ເຂົ້າຮ່ວມ.
ສລຍ ພວກເຮົາມີຄວາມຕື່ນຕັນໃຈຫຼາຍທີ່ໄດ້ເຫັນບັນດາບໍລິສັດທີ່ເຂົ້າຮ່ວມໃນໂຄງການ ມີການເຕີບໃຫຍ່ ແລະ ໄດ້ເຮັດວຽກຮ່ວມກັບບໍລິສັດດັ່ງກ່າວຢ່າງໃກ້ຊິດ ເຮັດໃຫ້ບໍລິສັດສາມາດນຳເອົາຄຸນຄ່າກັບຄືນສູ່ສັງຄົມລາວໃຫ້ຫຼາຍຂຶ້ນ
LJI SUSU ‘‘Social Issue Solving’’ Startup Pitch Event
On 28 September 2022, Laos-Japan Human Resource Development Institute (LJI), with support of Japan International Cooperation Agency (JICA), held LJI SUSU ‘‘Social Issue Solving’’ Startup Pitch Event together with Japan External Trade Organization (JETRO) Vientiane, National University of Laos (NUOL) and Department of SME Promotion (DOSMEP) under Ministry of Industry and Commerce (MOIC).
LJI launched LJI SUSU (Scale-up) under the Business Development Program in October 2021 to promote economic and social growth in Laos. The program aims to enhance participating companies’ competitiveness and business linkage between Lao and foreign companies, including Japanese ones.
LJI SUSU pitch event was opened by remarks by Mr. Noriyuki ITO, Senior Representative of JICA Laos, Prof. Dr. Houngphet CHANTHAVONG, Vice President of National University of Laos (NUOL), Dr. Bounpheng SIBOUNHEUNG, Director General of DOSMEP and Mr. Yasushi KIKUCHI, Chief Representative of JETRO Vientiane.
Four companies that had participated in LJI SUSU Business Competition in December 2021 received advice from LJI SUSU mentors and three of them conducted the Proof of Concept (POC) with JICA’s financial support for the last 6 months.
There four companies below presented their business cases, including areas that they want to collaborate with partners:
1. Wayha Booking Platform: The first all-in-one booking platform in Laos
2. AppZap - Lao Self Ordering: Smart restaurant management system aiming to become Lao 1st Super App
3. CROPShare: Growing and wining with Lao farmers
4. bansi.la LITE: User-friendly online financial management system for Lao MSMEs growth
In addition, a Japanese company, Music Securities Inc. shared most important factors for investors and a successful Lao entrepreneur, LocaLaos, shared their story with the title “Growth and Networking strategy”.
At the end of the event, the following companies received special awards in recognition of their tremendous efforts to bring more value to Lao society.
📌“Best Performance Award” for Wayha Booking Platform
📌“Social Impact Award” for CROPShare
LJI pitch event was implemented in the hybrid style (both online and offline) and more than 150 business representatives both from Laos and Japan, including more than 16 investors attended.
As LJI, we are so excited to see further growth of LJI SUSU participating companies and work with them closely to bring even more value to Lao society.
 
309545834_5691735224224462_5594946779699451793_n.jpg