Print
Category: NEWS
Hits: 2210
ຊົມເຊີຍນັກວິສະວະກອນໜຸ່ມທັງ 2 ນ້ອງທີ່ຊະນະລາງວັນ Honda Y-E-S Award ປະຈໍາປີ 2021
- ທ້າວ ວິໄລສັກ ຮັກປະສິດ, ພາກວິຊາວິສະວະກໍາໄຟຟ້າ, ຄະນະວິສະວະກໍາສາດ
- ນາງ ປັນລະຍາ ປະດິດ, ພາກວິຊາວິສະວະກໍາໂຍທາ, ຄະນະວິສະວະກໍາສາດ
ພິທີມອບຮັບລາງວັນຈັດຂຶ້ນໃນຕອນບ່າຍວັນທີ 9/02/2022 ທີ່ສະຖາບັນລາວ-ຍີ່ປຸ່ນ. ໃຫ້ກຽດເປັນປະທານໂດຍ ທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ. ແຂກເຂົ້າຮ່ວມງານທັງແບບອອຟລາຍ ແລະ ອອນລາຍ ປະກອບດ້ວຍ ທ່ານ ນາກາໂນະ, ອຸປະທູດສະຖານທູດຍີ່ປຸ່ນ, ທ່ານ ນາງ ດອກແກ້ວ ພົນທະຈິດ, ຮອງຫົວໜ້າກົມກິດຈະການນັກສຶກສາ, ທ່ານ ສົມສັກ ຈະເລີນຜົນ, ຜູ້ຈັດການບໍລິສັດຮອນດາລາວ, ຄະນະບໍດີ 3 ຄະນະວິຊາ (ຄວສ, ຄວທ, ຄຊນ), ຜູ້ອໍານວຍການ ສລຍ ພ້ອມດ້ວຍພະນັກງານ, ອະດີດນັກສຶກສາຜູ້ຊະນະລາງວັນຮອນດາ ແລະ ນັກສຶກສາຜູ້ຜ່ານເຂົ້າຮອບສຸດທ້າຍ.
ບັນຍາກາດພາຍໃນງານເປັນໄປດ້ວຍຄວາມປິຕິຊົມເຊີຍຕໍ່ນັກສຶກສາຜູ້ຊະນະລາງວັນ. ທ່ານອະທິການບໍດີໄດ້ຂຶ້ນມອບຫຼຽນລາງວັນໃຫ້ແກ່ນັກສຶກສາ ຫຼັງຈາກນັ້ນກໍມີການຖ່າຍຮູບລວມ ແລະ ປິດພິທີ.
 
Congratulation to the two winners of the Honda Y-E-S Award 2021
- Mr. Vilaysak HAKPASITH
- Miss. Panlaya PADITH
Photos_Credit: Pao Philavong