Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ໂດຍພາຍໃຕ້ການສະໜັບສະໜູນຂອງອົງການ JICA ແລະ ສະຖາບັນລາວ-ຍີ່ປຸ່ນ(LJI) ຕອນແລງຂອງວັນທີ 1 ຕຸລາ 2022 ຢູ່ທີ່ ໂຮງແຮມ Lao Plaza ກຸ່ມ KJL (ກຸ່ມອະດີດຜູ້ເຂົ້າຮ່ວມຫຼັກສູດຝຶກອົບຮົມສຳລັບຜູ້ບໍລິຫານລະດັບສູງຂອງບໍລິສັດ) KEIEI JUKU ຮຸ່ນທີ 3 ຂອງສະຖາບັນ ລາວ-ຍີ່ປຸ່ນ ໄດ້ເປັນເຈົ້າການ ຈັດງານພົບປະແລກປ່ຽນຖອດຖອນບົດຮຽນທີ່ໄດ້ມາຈາກການໄປທັດສະນະສຶກສາຢູ່ທີ່ປະເທດຍີ່ປຸ່ນມາ ແລະ ຕໍ່ດ້ວຍຂອງງານລ້ຽງຕອນຄໍ່າ ເຊິ່ງມີບັນດາແຂກລະດັບສູງທີ່ກ່ຽວຂ້ອງຈາກທັງຝ່າຍລາວ ແລະ ຝ່າຍຍີ່ປຸ່ນ ໄດ້ໃຫ້ກຽດເຂົ້າຮ່ວມເປັນຈໍານວນຫຼວງຫຼາຍເຊັ່ນ:
• ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາ ແລະ ກິລາ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ
• ທ່ານ KOBAYASHI Kenichi ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາ ສປປ ລາວ
• ທ່ານ NAGASE Toshio ຫົວໜ້າອົງການ JICA ປະຈໍາ ສປປ ລາວ
• ທ່ານ KIKUCHI Yasushi ຫົວໜ້າອົງການ JETRO ປະຈໍາ ສປປ ລາວ
• ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ
• ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ
• ທ່ານ Okawa Naoto ຫົວໜ້າທີ່ປຶກສາ JICA ປະຈໍາ LJI
• ທ່ານ ລິດທິໄກ ພູມມະສັກ ສະມາຄົມສົື່ງເສີມ SME ລາວ
• ທ່ານ ແກ້ວຕາ ຂັນຕິວົງ ຫົວໜ້າກຸ່ມ KJL
• ທ່ານ ເມກມະໂນ ຈັນທະລາຕຣີ ທີື່ປຶກສາກິດຕິມະສັກຂອງກຸ່ມ KJL ພ້ອມດ້ວຍແຂກຈາກຫຼາຍສະມາຄົມ ໂດຍສະເພາະແມ່ນນັກທຸລະກິດຈາກບໍລິສັດກໍ່ໄດ້ມາເຂົ້າຮ່ວມຢ່າງພ້ອມພຽງ. ງານໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນຫຼາຍ ທຸກພາກສ່ວນໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ມີຄໍາຄິດເຫັນທີ່ເປັນປະໂຫຍດ ເພື່ອການພັດທະນາ ການຮ່ວມມື ແລະ ການຮັດແໝ້ນຄວາມສາມັກຄີລະຫວ່າງກັນແລະກັນ.
ພິເສດໃນງານ ຜູ້ຈົບຫຼັກສູດ KEIEI JUKU ຮຸ່ນ3 ທີ່ໄດ້ໄປທັດສະນະສຶກສາຢູ່ຍີ່ປຸ່ນກັບມາຄັ້ງນີ້ 16 ທ່ານ ຍັງໄດ້ຮັບໃບຢັ້ງຢືນ "ຈົບຫຼັກສູດຜູ້ບໍລິຫານລະດັບສູງສຳລັບບໍລິສັດແບບຍີ່ປຸ່ນ" ຈາກທ່ານຫົວໜ້າອົງການ JICA ປະຈໍາລາວເປັນຜູ້ມອບໃຫ້ອີກດ້ວຍ.
 
310150151_5702040856527232_4094300083598755230_n.jpg