ສຳເລັດກອງປະຊຸມສຳມະນາ ຫົວຂໍ້ ການບໍລິຫານຄວາມຮູ້ທີ່ເປັນພື້ນຖານສຳລັບການກາຍເປັນອົງກອນແຫ່ງຄວາມຮູ້ ສຳລັບກະຊວງສາທາລະນະສຸກ ໃນວັນທີ 09 ກໍລະກົດ 2018 ທີ່ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນສຳລັບພະນັກງານຫຼັກແຫຼ່ງຂອງກະຊວງສາທາລະນະສຸກ ເຊິ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍ່ເພື່ອເປັນການສົ່ງເສີ່ມການຮຽນຮູ້ດ້ານ ການບໍລິຫານຄວາມຮູ້, ການບໍລິຫານເພື່ອການຮວບຮວມ, ສະສົມ ນຳໃຊ້ ແລະ ສ້າງຄວາມຮູ້ໃໝ່ ເພື່ອກາຍເປັນອົງກອນແຫ່ງການຮຽນຮູ້
ເຊິ່ງ ທ່ານ ຮສ. ປອ. ບຸນລ້ວນ ດ້ວງເງິນ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ເປັນຜູ້ບັນຍາຍໃນກອງປະຊຸມດັ່ງກ່າວ ແລະ ມີຕົວແທນຈາກກົມກອງຕ່າງໆ ຂອງກະຊວງສາທາລະນະສຸກເຂົ້າຮ່ວມຫຼາຍກວ່າ 40 ທ່ານ.