Your image
 

ປະລິນຍາໂທ ບໍລິຫານທຸລະກິດ

ເວລາຮຽນ: ຈັນ - ສຸກ (ເວລາ 17:30 - 20:30)
ຄ່າຮຽນ: 28,600,000 ກີບ/2 ປີ.

ດ້ວຍການຮ່ວມມືກັນລະຫວ່າງສະຖາບັນ ລາວ-ຍີ່ປຸ່ນ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ຫຼັກສູດປະລິຍາໂທບໍລິຫານທຸລະກິດ ລະບົບ 2 ປີ ທີ່ສອນໂດຍຊ່ຽວຊານຍີ່ປຸ່ນ ແລະ ອາຈານລາວ ຈຶ່ງໄດ້ສ້າງຕັ້ງຂຶ້ນໃນປີ 2008 ຈົນມາເຖິງເດືອນ ຕຸລາ 2020 ມີນັກສຶກສາຈົບຈາກຫຼັກສູດນີ້ 390 ຄົນ. ຫຼັກສູດດັ່ງກ່າວມີເປົ້າໝາຍເພື່ອສ້າງບັນດິດທີ່ຄວາມຮູ້ທາງດ້ານທິດສະດີຄຽງຄູ່ກັບຄວາມສາມາດທີ່ປະຕິບັດຈິງໄດ້.

 

ຫຼັກສູດພັດທະນາທັກສະການບໍລິຫານສໍາລັບຜູ້ປະກອບການ

Keiei-juku Program

ຫຼັກສູດ“Keiei-juku”ແມ່ນຫຼັກສູດພັດທະນາທັກສະການບໍລິຫານສະເພາະດ້ານສຳລັບຜູ້ບໍລິຫານລະດັບສູງຂອງບໍລິສັດ. ຄຳວ່າ “Keiei-juku” ແມ່ນພາສາຍີ່ປຸ່ນ ທີ່ມີຄວາມໝາຍວ່າໂຮງຮຽນການບໍລິຫານ ສ້າງຂຶ້ນສຳລັບຜູ້ບໍລິຫານຂອງບໍລິສັດຍີ່ປຸ່ນ ຊຶ່ງການຮຽນ-ການສອນໃນໂຮງຮຽນດັ່ງກ່າວແມ່ນນັ້ນໃສ່ການຮຽນຮູ້ແລະການພັດທະນາດ້ວຍຕົນເອງຂອງປະທານແລະຜູ້ບໍລິຫານບໍລິສັດໂດຍມີການແນະນຳຢ່າງຄົບຖ້ວນຈາກຜູ້ຊ່ຽວຊານສະເພາະດ້ານ.

  • ໄລຍະເວລາ:  ຕຸລາ – ມີນາ (ຮຽນ 1 ອາທິດ ຕໍ່ ເດືອນ) 
  • ເວລາຮຽນ:   ຈັນ - ສຸກ (9:00 – 17:00)  
  • ຄ່າຮຽນ:      $2,000
Sample image

ຫຼັກສູດທີ່ເນັ້ນການນໍາໄປໃຊ້ໃນຕົວຈິງ

Your image
ດ້ວຍການສະໜັບສະໜູນຈາກອົງການໄຈກາ (ອົງການຮ່ວມມືສາກົນຂອງຍີ່ປຸ່ນ), ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໃຫ້ບໍລິການ ດ້ານການພັດທະນາທຸລະກິດສ�ຳ ລັບບໍລິສັດລາວ ແລະ ບໍລິສັດຕ່າງປະເທດໃນລາວ ແລະ ອົງການຈັດຕັ້ງຕ່າງໆທີ່ຊ່ວຍປະກອບສ່ວນເຂົ້າໃນການສົ່ງເສີມ ການເຕີບໂຕທາງດ້ານອຸດສາຫະກ�ຳ ໃນລາວ.
● ການບໍລິການຫຼາຍຢ່າງ ແມ່ນສະໜອງໃຫ້ໂດຍອາຈານນານາຊາດທີ່ມີປະສົບການທາງທຸລະກິດຕົວຈິງ. ດັ່ງນັ້ນ, ເນື້ອໃນການບັນຍາຍທັງໝົດລວມ ເຖິງກໍລະນີຈາກທຸລະກິດຕົວຈິງ ແລະ ແບບຝຶກຫັດທີ່ຜູ້ເຂົ້າຮ່ວມສາມາດນໍາໃຊ້ສໍາລັບທຸລະກິດຂອງເຂົາເຈົ້າໄດ້ທັນທີຫຼັງຈາກການຝຶກອົບຮົມ.
● ສະຖາບັນ ລາວ-ຍີ່ປຸ່ນ ຍັງໃຫ້ບໍລິການໃຫ້ຄໍາປຶກສາແບບລົງມືປະຕິບັດເພື່ອສົ່ງເສີມຜູ້ເຂົ້າຮ່ວມນໍາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມໄປໝູນໃຊ້ເຂົ້າ ໃນທຸລະກິດຕົວຈິງ. ນອກຈາກນັ້ນ, ອາດມີການສ້າງໂອກາດເຄືອຂ່າຍທາງທຸລະກິດ.
Your image
Your image
Your image

ຈຸດປະສົງຂອງຫຼັກສູດແມ່ນເພື່ອເສີມສ້າງຄວາມຮູ້ ແລະ ຄວາມສາມາດ້ານການບໍລິຫານທຸລະກິດ. ເປັນຫຼັກສູດສໍາລັບຜູ້ບໍລິຫານ, ພະນັກງານບໍລິສັດ, ເຈົ້າຂອງທຸລະກິດ ແລະ ພະນັກງານລັດ. ຫຼັກສູດບໍລິຫານທຸລະກິດໄລຍະສັ້ນ 2 ອາທິດ, ຝຶກອົບຮົມສາຂາບໍລິຫານທຸລະກິດສະເພາະດ້ານຕາມຄວມຕ້ອງການຂອງອົງກອນໃດໜຶ່ງເຊັ່ນ: ການຕະຫຼາດ, ການຈັດການທຸລະກິດ, ການວິເຄາະສະພາບແວດລ້ອມທາງທຸລະກິດ. 

ປັດຈຸບັນພວກເຮົາເປີດຝຶກອົບຫຼັບສູດໄລຍະສັ້ນ 7 ຫຼັກສູດ

ການນຳໃຊ້ຊອບແວເຂົ້າໃນການວິໄຈ

click for more

ເທັກນິກການປ້ອນຂໍ້ມູນ ຫຼື Input ຂໍ້ມູນ, ການວິເຄາະຂໍ້ມູນໂດຍໃຊ້ສະຖິຕິອ້າງອີງ ເຊັ່ນ: ການທົດສອບສົມມຸດຖານT-test, F-test, Chi-Square,...ດ້ວຍໂປຣແກຣມ SPSS. 
 

click for more

ທັກສະສຳຄັນສຳລັບຜູ້ນຳພາ ແລະ ຜູ້ບໍລິຫານຍຸກໃໝ່ • 4 ລະດັບການນຳພາ (ການນຳພາຕົນເອງ, ທີມງານ, ອົງກອນ ແລະ ສັງຄົມ) • ທຸກຄົນນຳຄວາມແຕກຕ່າງເຂົ້າສູ່ອົງກອນ • ຄວາມສະຫລາດທາງດ້ານອາລົມ

ການບໍລິການລູກຄ້າແບບຍີ່ປຸ່ນ

click for more

ຮຽນຮູ້ການບໍລິການດ້ວຍໃຈແບບຍີ່ປຸ່ນ ຝຶກທັກສະໃນການຕ້ອນຮັບ ແລະ ການບໍລິການລູກຄ້າດ້ວຍຄວາມໃສ່ໃຈ ຝຶກທັກສະການວາງແຜນການດໍາເນີນງານຂອງການບໍລິການ
 

ການບໍລິຫານຫ້ອງການຍຸກໃໝ່

click for more

ເພື່ອຊອກຫາແນວທາງໃຫ້ການບໍລິຫານວຽກງານຫ້ອງການໃຫ້ເກີດປະສິດທິພາບສູງສຸດ ແລະເຂົ້າໃຈເຖິງລະບົບໃນການຈັດການ ແລະບໍລິຫານຫ້ອງການ
 

ວິໄຈການຕະຫຼາດ

click for more

ກຽມຂໍ້ມູນສຳລັບໃຊ້ກັບໂປແກຣມສຳເລັດຮູບທາງສະຖິຕິ(ໂປຣແກຣມSPSS)ໄດ້, ພ້ອມດຽວກັນນັ້ນກໍ່ເພື່ອໃຫ້ສາມາດເລືອກໃຊ້ສະຖິຕິທີ່ຖືກຕ້ອງ ແລະ ເໝາະສົມສຳລັບການວິເຄາະຂໍ້ມູນໃນງານວິໄຈ

ການບໍລິຫານການປະຕິບັດງານ

click for more

ຮຽນຮູ້ເຖິງການຮຽນສູ່ຄວາມສໍາເລັດ, ກົນໄກການບໍລິຫານຈັດການທີ່ມີປະສິດຕິິພາບ, ການບໍລິຫານຜົນການປະຕິບັດງານຂອງຕົນ, ການບໍລິຫານເວລາ, ການບໍລິຫານແບບຍີ່ປຸ່ນ, ການປັບປຸງຢ່າງຕໍ່ເນື່ອງ (KAIZEN)

ພັດທະນາບຸກຂະລິກກະພາບສູ່ຄວາມສຳເລັດ

click for more

ຮູ້ຈັກວິທີການພັດທະນາບຸກຂະລິກກະພາບ ແລະ ເພີ່ມຄວາມມີສະເໜ່ໃຫ້ຕົນເອງ ໃນການເຮັດໃຫ້ເປົ້າໝາຍປະສົບຜົນສຳເລັດ, ອົດທົນມຸ່ງໝັ້ນ, ທຸ່ມເທ່, ຊ່ວຍເຫຼືອເພື່ອແຜ່, ມີຄວາມກະຕືລືລົ້ນ, ຮູ້ຈຸດແຂງ ແລະ ສິ່ງທີ່ຫຼົງໄຫຼ