
ການຕະຫລາດສໍາລັບການບໍລິການ
ການສ້າງແຜນພັດທະນາຖານລູກຄ້າທີ່ເປັນເປົ້າໝາຍ, ການກຳນົດຍຸດທະສາດສ່ວນປະສົມການຕະຫລາດ ແລະ ອື່ນໆອີກ.
ຈອງບ່ອນນັ່ງ
ຫຼັກສູດນີ້ມີໃບຢັ້ງຢືນ ຫຼັງຈາກຮຽນຈົບ
ສະຖານະ: ປິດ
ເປີດຝຶກອົບຮົມຄັ້ງຕໍ່ໄປ: 2019
ເນື້ອໃນໂດຍຫຍໍ້:
ການວິເຄາະໂອກາດທາງທຸລະກິດຂອງບໍລິສັດ, ການວາງແຜນເປົ້າໝາຍການບໍລິຫານເພື່ອບັນລຸ, ການວາງແຜນຍຸດທະສາດການຕະຫລາດ, ການສ້າງແຜນພັດທະນາຖານລູກຄ້າທີ່ເປັນເປົ້າໝາຍ, ການກຳນົດຍຸດທະສາດສ່ວນປະສົມການຕະຫລາດ ແລະ ອື່ນໆອີກ.
ສິ່ງທີ່ຈະໄດ້ຫຼັງຈາກຮຽນຈົບ
doneທ່ານຈະເຂົ້າໃຈຄວາມສຳຄັນຂອງການບໍລິການທຸລະກິດການຕະຫລາດ
doneທ່ານຈະເຂົ້າໃຈຫລັກການຢ່າງພາກປະຕິບັດການສ້າງຖານຂໍ້ມູນລູກຄ້າ, ການພັດທະນາຄຸນຄ່າໃຫ້ລູກຄ້າ ແລະ ໃຫ້ສາມາດນຳໃຊ້ເຂົ້າໃນທຸລະກິດຂອງທ່ານ
doneຈະຊ່ວຍໃຫ້ທ່ານສ້າງຍຸດທະສາດການຕະຫລາດຕົວຈິງ ແລະ ແຜນການລົງມືເຮັດຂອງການພັດທະນາສາຍສຳພັນກັບລູກຄ້າ, ຄຸນຄ່າຂອງລູກຄ້າ ແລະ ປັບປຸງການບໍລິການລູກຄ້າ
ພົບກັບວິທະຍາກອນ

ທ່ານ Toshio YAMAMOTO
ເປັນຊ່ຽວຊານທີ່ປືກສາ ແລະ ເປັນຄູຝຶກດ້ານທຸລະກິດ, ການຕະຫລາດ ແລະ ການຂາຍຂອງບໍລິສັດ Panasonic ປະເທດຍີ່ປຸ່ນເປັນເວລາ 38 ປີ. ປະຈຸບັນທ່ານເປັນຜູ້ອໍານວຍການບໍລິສັດຂອງທ່ານເອງ ແລະ ເປັນອາຈານສອນດ້ານການຕະຫລາດຢູ່ຫຼາຍປະເທດ.
ໄລຍະເວລາ:
10 ວັນ (30 ຊົ່ວໂມງ)
ໃຊ້ເວລາ:
3 ຊົ່ວໂມງ ຕໍ່ ມື້
ເວລາຮຽນ:
ຈັນ ຫາ ສຸກ (17:30 - 20:30)
ສະຖານທີ່:
ສະຖາບັນລາວ-ຍີ່ປຸ່ນ
ຜູ້ເຂົ້າຮຽນ:
ທຸກພາກສ່ວນ
ພາສາທີ່ໃຊ້ສອນ:
ພາສາອັງກິດ + ລາວ
ຄ່າຮຽນ:
850,000 ກີບ/ຄົນ
ຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມ ທີ່ພະແນກບໍລິຫານທຸລະກິດ
callໂທ:
030 5841519
emailອີເມວ:
ljibzcourse@gmail.com
monetization_onການຈ່າຍຄ່າຮຽນ
1. ໂອນຄ່າຮຽນຜ່ານທະນາຄານ ເລກບັນຊີ XXXXXXX
2. ທ່ານສາມາດເຂົ້າມາຈ່າຍຄ່າຮຽນໄດ້ທີ່ສະຖາບັນລາວ-ຍີ່ປຸ່ນ (ໃນວັນ-ເວລາລັດຖະການ)
3. ທ່ານສາມາດຈ່າຍຄ່າຮຽນໃນມື້ທີ່ເລີ່ມຮຽນໄດ້