
ການວິເຄາະສະພາບແວດລ້ອມທາງທຸລະກິດ
ຜົນສຳເລັດໃນການດຳເນີນທຸລະກິດ ບໍ່ແມ່ນເປັນເລື່ອງບັງເອີນ ແຕ່ຫາກມີການພົວພັນຢ່າງສະໜິດແໜ້ນກັບຄວາມສາມາດຂອງຜູ້ບໍລິຫານບໍລິສັດໃນການສ້າງປັດຊະຍາການບໍລິຫານ ແລະ ບໍລິຫານບໍລິສັດ
ຈອງບ່ອນນັ່ງ
ຫຼັກສູດນີ້ມີໃບຢັ້ງຢືນ ຫຼັງຈາກຮຽນຈົບ
ສະຖານະ: ປິດ
ເປີດຝຶກອົບຮົມຄັ້ງຕໍ່ໄປ: 4-13/06/2019
ເນື້ອໃນໂດຍຫຍໍ້:
ຜົນສຳເລັດໃນການດຳເນີນທຸລະກິດ ບໍ່ແມ່ນເປັນເລື່ອງບັງເອີນ ແຕ່ຫາກມີການພົວພັນຢ່າງສະໜິດແໜ້ນກັບຄວາມສາມາດຂອງຜູ້ບໍລິຫານບໍລິສັດໃນການສ້າງປັດຊະຍາການບໍລິຫານ ແລະ ບໍລິຫານບໍລິສັດຢ່າງມີປະສິດທິພາບ ແລະ ປະສິດທິຜົນພາຍໃຕ້ສະພາບແວດລ້ອມທາງທຸລະກິດທີ່ມີການປ່ຽນແປງເປັນປະຈຳ. ເພື່ອຮັບປະກັນໃຫ້ໄດ້ປະສິດທິພາບແລະປະສິດທິຜົນໃນການບໍລິຫານທຸລະກິດ ຄະນະບໍລິຫານບໍລິສັດຕ້ອງໄດ້ດຳເນີນການວິເຄາະສະພາບແວດລ້ອມພາຍໃນແລະພາຍນອກຂອງທຸລະກິດ ເພື່ອກຳນົດທິດທາງແລະຍຸດທະສາດທີ່ເໝາະສົມ ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຫັນເອົາຍຸດທະສາດດັ່ງກ່າວໄປສູ່ການຈັດຕັ້ງປະຕິບັດ ເຮັດໃຫ້ທຸລະກິດຂະຫຍາຍຕົວໄປຕາມປັດຊະຍາການດຳເນີນທຸລະກິດຂອງບໍລິສັດ. ສະພາບແວດລ້ອມທາງທຸລະກິດມີຄວາມສັບສົນຂຶ້ນແລະປ່ຽນແປງຢ່າງຕໍ່ເນື່ອງ ຊຶ່ງຜູ້ບໍລິຫານທຸລະກິດມີຄວາມຈຳເປັນຕ້ອງນຳສະພາບການປ່ຽນແປງດັ່ງກ່າວ. ວິຊາການວິເຄາະສະພາບແວດລ້ອມທາງທຸລະກິດນີ້ ນຳສະເໜີຄວາມໝາຍຄວາມສຳຄັນທີ່ກ່າວມາຂ້າງເທິງນັ້ນຢ່າງລະອຽດ ພ້ອມທັງນຳສະເໜີເຕັກນິກທີ່ນຳໃຊ້ໃນການວິເຄາະ ແລະ ການນຳໃຊ້ຜົນການວິເຄາະດັ່ງກ່າວເຂົ້າໃນການປັບປຸງທຸລະກິດ.
ຫົວຂໍ້ທີ່ນຳສະເໜີໃນວິຊານີ້ປະກອບມີ:
• ພື້ນຖານຂອງການພັດທະນາຕາມບົດຮຽນຂອງຍີ່ປຸ່ນ
• ປັດຊະຍາ: ວິໄສທັດ, ພາລະກິດ ແລະ ຫຼັກການ
• ຄວາມສຳຄັນຂອງການວິເຄາະສະພາບແວດລ້ອມທາງທຸລະກິດ:
• ພື້ນຖານໃນການສ້າງຍຸດທະສາດ
• ການປ່ຽນແປງສະພາບແວດລ້ອມ
• ວິທີການວິເຄາະສະພາບແວດລ້ອມທັງທຸລະກິດທີ່ນຳໄປສູ່ການນຳນົດຍຸດທະສາດ
• CSFs (ປັດໄຈສູ່ຜົນສຳເລັດ)
• ການນຳໃຊ້ຈຸດແຂງສະເພາະດ້ານເພື່ອພັດທະນາທຸລະກິດ (ການພັດທະນາຜະລິດຕະພັນ/ບໍລິການໃໝ່)
ພົບກັບວິທະຍາກອນ

ອໍານວຍການ ສະຖາບັນລາວ-ຍີ່ປຸ່ນ
ໄລຍະເວລາ:
8 ວັນ (24 ຊົ່ວໂມງ)
ໃຊ້ເວລາ:
3 ຊົ່ວໂມງ ຕໍ່ ມື້
ເວລາຮຽນ:
ຈັນ ຫາ ສຸກ (17:30 - 20:30)
ສະຖານທີ່:
ສະຖາບັນລາວ-ຍີ່ປຸ່ນ
ຜູ້ເຂົ້າຮຽນ:
ທຸກພາກສ່ວນ
ພາສາທີ່ໃຊ້ສອນ:
ພາສາລາວ
ຄ່າຮຽນ:
850,000 ກີບ/ຄົນ
ຕິດຕໍ່ສອບຖາມຂໍ້ມູນ້ພີ່ມຕື່ມ ທີ່ພະແນກບໍລິຫານທຸລະກິດ
callໂທ:
030 5841519
emailອີເມວ:
ljibzcourse@gmail.com