ພາບລວມ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດດົງໂດກ ບົນພື້ນຖານການຮ່ວມມືລະຫວ່າງ ມະຫາວິທະຍາ ໄລແຫ່ງຊາດ ແລະ ອົງການ JICA. ໃນເດືອນພຶດສະພາ 2010 ໄດ້ຍົກລະດັບຂຶ້ນຈາກສູນລາວ-ຍີ່ປຸ່ນ ມາເປັນ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ເຊິ່ງໄດ້ສືບຕໍ່ດໍາເນີນກິດຈະກໍາດ້ານການພັດທະນາຊັບພະຍາກອນມະນຸດເພື່ອຊ່ວຍໃຫ້ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2025. ດ້ວຍການສະໜັບສະໜຸນຂອງປະຊາຊົນທັງ 2 ຊາດ ລາວ-ຍີ່ປຸ່ນ, ສະຖາບັນ ລາວ-ຍີ່ປຸ່ນ ເປັນອົງການຈັດຕັ້ງໜຶ່ງທີ່ສໍາຄັນ ມີບົດບາດສູງໃນການເຊື່ອມສາຍສໍາພັັນຜ່ານການແລກປ່ຽນວັດທະ ນະທໍາ, ການພັດທະນາຊັບພະຍາກອນມະນຸດດ້ານການບໍລິຫານທຸລະກິດ ແລະ ການຮຽນພາສາຍີ່ປຸ່ນ.

Your image
Your image

ຈຸດປະສົງ ແລະ ເປົ້າໝາຍ

ສະຖາບັນ ລາວ-ຍີ່ປຸ່ນ ໄດ້ສ້າງໂຄງການການຮ່ວມມືແລກປ່ຽນຊ່ຽວຊານ ລະຫວ່າງ 2 ລັດຖະບານ, ໂດຍມີຄູ່ຮ່ວມມື ຄື ອົງການ JICA ແລະ ມະຫາວິທະຍາໄລແຫ່ງຊາດ ເຊິ່ງມີເປົ້າໝາຍຄື: 
1. ເພື່ອຊ່ວຍເຫຼືອການພັດທະນາຊັບພະຍາກອນມະນຸດ ໃນການສະໜັບສະໜຸນການພັດທະນາເສດຖະກິດຂອງ ສປປ ລາວ ໃຫ້ສາມາດແຂ່ງຂັນໃນຕະຫຼາດພາກພື້ນ ແລະ ສະໜັບສະໜຸນທຸລະກິດພາກເອກະຊົນຂອງລາວ ໃຫ້ເປັນທີ່ຍອມຮັບຂອງ ASEAN. 
2. ເພື່ອຮັດແໜ້ນຄວາມສໍາພັນ ແລະ ການຮ່ວມມື ລະຫວ່າງປະຊາຊົນ 2 ຊາດ ລາວ-ຍີ່ປຸ່ນ

ການກໍ່ຕັ້ງສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ

ຄວາມເປັນມາ

ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ສປປ ລາວ ໄດ້ວາງແຜນພັດທະນາປະເທດດ້ວຍລະບົບເສດຖະກິດສັງຄົມນິຍົມ, ຈົນມາເຖິງປີ 1986 ເມື່ອກົນໄກເສດຖະກິດແບບໃໝ່ໄດ້ປາກົດຂຶ້ນ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ເສດຖະກິດໄດ້ມີການຂະຫຍາຍໂຕ ແຕ່ມັນກໍເຮັດໃຫ້ເກີດມີສິ່ງທ້າທາຍໃໝ່ຫຼາຍຂຶ້ນ, ເຊິ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ພັດທະນາຊັບພະຍາກອນມະນຸດ ເພື່ອມາຈັດການກັບສິ່ງທ້າທາຍເຫຼົ່ານັ້ນ ແລະ ເພື່ອໃຫ້ມີຄວາມພ້ອມຕໍ່ກັບຄວາມຕ້ອງການຂອງຕະຫຼາດໃນ ASEAN ທີ່ຕ້ອງການຜູ້ທີ່ມີຄວາມຊ່ຽວຊານໃນເຕັກໂນໂລຊີອຸດສາຫະກໍາທີ່ທັນສະໄໝ ແລະ ເກັ່ງດ້ານການຈັດການ. ເດືອນມັງກອນ 2000, ເປັນຄັ້ງທໍາອິດທີ່ນາຍົກລັດຖະມົນຕີ Keizo Obuchi ແຫ່ງປະເທດຍີ່ປຸ່ນ ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອສະໜັບສະໜຸນຄວາມຮ່ວມມືທາງດ້ານເສດຖະກິດຂອງ 2 ປະເທດ, ປະເທດຍີ່ປຸ່ນໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ ໂດຍການແລກປ່ຽນບຸກຄະລາກອນຂອງທັງ 2 ປະເທດ. ຫຼັງຈາກນັ້ນ, ສູນຮ່ວມມືດ້ານຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ຮັບການກໍ່ຕັ້ງຂຶ້ນໂດຍຢູ່ໃນພື້ນຖານສາຍສໍາພັນ ແລະ ການຮ່ວມມືດັ່ງກ່າວ.

ການພັດທະນາຂອງສະຖາບັນແບ່ງອອກເປັນ 4 ໄລຍະ:

ໄລຍະທີ 1 (ພຶດສະພາ 2001 - ສິງຫາ 2006): ກິດຈະກໍາຕ່າງໆແມ່ນຈໍຳກັດຢູ່ໃນກອບການຝຶກອົບຮົມດ້ານບໍລິຫານທຸລະກິດ, ການສອນພາສາຍີ່ປຸ່ນ, ການແລກປ່ຽນວັດທະນະທໍາ ແລະ ໃຫ້ບໍລິການຫ້ອງສະໝຸດ. ຈຸດພິເສດຂອງໄລຍະນີ້ແມ່ນການເພີ່ມຂຶ້ນ ແລະ ຫຼຸດລົງຂອງຫຼັກສູດຝຶກອົບຮົມການບໍລິຫານທຸລະກິດ. ສປປ ລາວ ເລີ່ມຕົ້ນການຫັນປ່ຽນຈາກເສດຖະກິດສູນກາງໄປສູ່ເສດຖະກິດຕະຫຼາດ ເຊິ່ງເລີ່ມມາຕັ້ງແຕ່ຕົ້ນຊຸມປີ 1990. ເຖິງຢ່າງໃດກໍຕາມ, ໄລຍະນີ້ນັກທຸລະກິດຈໍານວນຫຼາຍ ແລະ ຜູ້ບໍລິຫານໃນພາກລັດແມ່ນຍັງຂາດທັກສະ ແລະ ປະສົບການໃນການບໍລິຫານທີ່ທັນສະໄໝ, ພວກເຮົາເຮັດວຽກລອງຜິດລອງຖືກ. ການຈັດຝຶກຫົວຂໍ້ຝຶກອົບຮົມການບໍລິຫານຈັດການທຸລະກິດທີ່ມີຄວາມທັນສະໄໝຊ່ວຍດຶງດູດຜູ້ເຂົ້າຮ່ວມຈໍານວນຫຼາຍ. ແຕ່ວ່າ 2-3 ປີ ຫຼັງຈາກນັ້ນຈໍານວນຜູ້ເຂົ້າຮ່ວມຝຶກອົບຮົມແມ່ນຫຼຸດລົງ ເພື່ອແກ້ໄຂບັນຫານີ້ຜູ້ບໍລິຫານຂອງ ສລຍ ຈຶ່ງຕ້ອງໄດ້ປັບປຸງຫຼັກສູດທີ່ແທດເໝາະກັບຄວາມຕ້ອງການຂອງສັງຄົມ.

ໄລຍະທີ 2 (ກັນຍາ 2006 - ສິງຫາ 2010): ໃນໄລຍະນີ້, ຫຼັກສູດຕ່າງໆຂອງ ສລຍ ແມ່ນໄດ້ປັບປຸງເຖິງຂີດສຸດຕາມຄວາມຕ້ອງການສັງຄົມຢ່າງແທ້ຈິງ. ປະລິນຍາໂທສາຂາບໍລິຫານທຸລະກິດໄດ້ສ້າງຕັ້ງຂຶ້ນໃນປີ 2008, ງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນໄດ້ເລີ່ມຈັດໃນປີ 2007, ງານແຂ່ງຂັນລາງວັນຮອນດາສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມໄດ້ເລີ່ມຕັ້ນໃນປີ 2009, ການໃຫ້ບໍລິການຝຶກອົບຮົມນອກສະຖານທີ່ໄດ້ເລີ່ມໃນປີ 2007. ດ້ວຍການຂະຫຍາຍຕົວດັ່ງກ່າວເຮັດໃຫ້ ສລຍ ໄດ້ເລື່ອນຈາກ ສູນ ຂຶ້ນເປັນ ສະຖາບັນ ເຊິ່ງມີພາລະບົດບາດທຽບເທົ່າກັບຄະນະວິຊາໜຶ່ງ ໃນ ມຊ.

ໄລຍະທີ 3 (ກັນຍາ 2010 - ສິງຫາ 2014): ໄລຍະນີ້ຖືວ່າເປັນໄລຍະຕໍ່ຍອດຈາກໄລຍະທີ 2, ການປັບປຸງຫຼັກສູດທີ່ມີຢູ່ໃຫ້ດີຂຶ້ນໄປເລື້ອຍໆ ດ້ວຍແຮງສະໜັບສະໜຸນຈາກການລົງທຶນຈາກປະເທດຍີ່ປຸ່ນໃນ ສປປ ລາວ. ໃນໄລຍະນີ້, ສູນພາສາມູນນິທິຍີ່ປຸ່ນໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຈັດຫຼັກສູດການຮຽນ-ການສອນພາສາຍີ່ປຸ່ນຢ່າງເປັນລະບົບ. ການສອບເສັງວັດແທກລະດັບພາສາຍີ່ປຸ່ນກໍ່ເລີ່ມຕົ້ນໃນໄລຍະນີ້ເຊັ່ນກັນ.

ໄລຍະທີ 4 (ກັນຍາ 2014 - ສິງຫາ 2019): ໃນໄລຍະນີ້, ການສະໜັບສະໜຸນຈາກບັນດາບໍລິສັດຍີ່ປຸ່ນໄດ້ເພີ່ມຂຶ້ນໂດຍຜ່ານການຈັດງານຕະຫຼາດນັດແຮງງານ ແລະ ຊອກວຽກ, ສໍາມະນາທຸລະກິດ, ການຈັບຄູ່ຮ່ວມທຸລະກິດ. ກິດຈະກໍາຕ່າງໆຂອງ ສລຍ ບໍ່ໄດ້ຈໍາກັດຢູ່ແຕ່ພາຍໃນນະຄອນຫຼວງ ແຕ່ຍັງໄດ້ຂະຫຍາຍອອກໄປສູ່ຕ່າງແຂວງ. ວຽກງານການຄົ້ນຄວ້າວິທະຍາສາດກໍ່ເພີ່ມຫຼາຍຂຶ້ນ. ຫຼັກສູດພັດທະນາທັກສະຜູ້ບໍລິຫານ ແລະ ຫຼັກສູດການເລີ່ມຕົ້ນເປັນຜູ້ປະກອບການ ກໍໄດ້ສ້າງຂຶ້ນໄລຍະນີ້.

1. ແຜນພັດທະນາໄລຍະຍາວ

ສະຖາບັນລາວ-ຍີ່ປຸ່ນ ມີປັດຊະຍາໃນການດໍາເນີນວຽກງານພາຍໃຕ້ການມີ ວີໄສທັດ, ພາລະກິດ ແລະ ຫຼັກການ ທີ່ຊັດເຈນຮ່ວມກັນຂອງພະນັກງານທຸກໆຄົນ.

Your image

ວິໄສທັດ

ສລຍ ພັດທະນາສັງຄົມໃນທິດຢືນຍົງ ດ້ວຍການສ້າງບຸກຄະລາກອນທີ່ມີຄຸນນະພາບສູງ

Your image

ພາລະກິດ

ສລຍ ປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດທີ່ມີຄວາມອາດສາມາດສູງ, ເປັນເຈົ້າການຮ່ວມມື, ສົ່ງເສີມເຄືອຂ່າຍ ທາງດ້ານວິຊາການ ແລະ ທຸລະກິດໃນສັງຄົມ ລາວ ແລະ ສາກົນ

Your image

ຫຼັກການ

ຫ້າວຫັນ, ເຮັດວຽກເປັນໝູ່ຄະນະ , ມີຄວາມສາມະຄີ, ຮຽນຮູ້ - ປັບປຸງ ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ

2. ໂຄງສ້າງການບໍລິຫານຈັດການ

ສະຖາບັນລາວ-ຍີ່ປຸ່ນມີການບໍລິຫານຈັດການທີ່ມີປະສິດຕິພາບ ແລະ ປະສິດຕິຜົນ. ສລຍ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຕິດແທດຈາກອະທິການ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ຊ່ຽວຊານຄຸນນະວຸດຈາກອົງການໄຈກາ. ສລຍ ປະກອບດ້ວຍ 5 ພະແນກ ຄື: ພະແນກຈັດຕັ້ງ-ສັງລວມ, ພະແນກແລກປ່ຽນກິດກໍາ, ພະແນກຫຼັກສູດບໍລິຫານທຸລະກິດ, ພະແນກຫຼັກສູດພາສາຍີ່ປຸ່ນ ແລະ ພະແນກຄົ້ນຄວ້າ-ການສຶກສາຫຼັງປະລິນຍາຕີ. ແຕ່ລະພະແນກ ແລະ ໜ່ວຍງານແມ່ນມີພາລະບົດບາດທີ່ຊັດເຈນ ແລະ ມີການກໍານົດແຜນດໍາເນີນງານທີ່ສອດຄ່ອງໃນແຕ່ລະໄລຍະ. ພະນັກງານທຸກໆຄົນແມ່ນມີໜ້າທີ່ຮັບຜິດຊອບທີ່ຈະແຈ້ງ ແລະ ມີນໍາໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ຫົວໜ້າພະແນກ, ຮອງພະແນກ ແລະ ຊ່ຽວຊານຍີ່ປຸ່ນໃນແຕ່ລະພະແນກມີໜ້າທີ່ຮັບຜິດຊອບໃນການຂັບເຄື່ອນວຽກງານປະຈໍາວັນໃຫ້ດໍາເນີນໄດ້ຢ່າງສະດວກ. ຂໍ້ມູນຂ່າວສານຕ່າງໆມີການພົວພັນ-ແລກປ່ຽນກັນຢູ່ສະເໝີ, ໃນໄລຍະໃກ້ໆທີ່ຜ່ານມານີ້ແມ່ນໄດ້ນໍຳໃຊ້ໂຊຊຽວມີເດຍໃນການສື່ສານ-ແລກປ່ຽນຂໍ້ມູນກັນເພີ່ມຂຶ້ນ ເພາະສະດວກ ແລະ ທັນຕໍ່ສະພາບການ. 

3. ການປະສານງານ ແລະ ການປະຊຸມ

ສລຍ ນໍາໃຊ້ຫຼັກການ PDCA ໃນການບໍລິຫານ, ມີການຈັດກອງປະຊຸມຕ່າງໆເປັນປະຈໍາເພື່ອປະເມີນວຽກງານໃນແຕ່ລະໄລຍະ: 
- ກອງປະຊຸມຄະນະກໍາມະການລະດັບຜູ້ບໍລິຫານເຊິ່ງຈັດທຸກໆ 6 ເດືອນ 
- ກອງປະຊຸມປະຈໍາເດືອນ 
- ບົດລາຍງານກອງປະຊຸມສໍາລັບຜູ້ອໍານວຍການ ແລະ ຄະນະອະທິການບໍດີ ມຊ. 
- ບົດລາຍງານກອງປະຊຸມສໍາລັບຄະນະບໍລິຫານຝ່າຍລາວ ແລະ ຝ່າຍຍີ່ປຸ່ນ ລວມທັງພະນັການທຸກຄົນ. 
- ກອງປະຊຸມລະດັບຜູ້ບໍລິຫານພາຍໃນ ສລຍ. 

4. ການພັດທະນາພາຍໃຕ້ພື້ນຖານການສ້າງເຄືອຂ່າຍກັບພາຍໃນ ແລະ ສາກົນ

ສລຍ ເຮັດວຽກດ້ວຍການໃຫ້ຄຸນຄ່າການຮ່ວມມືທຸກລະດັບກັບທັງພາຍໃນ ແລະ ພາຍນອກ. ທຸກໆຫຼັກສູດ ແລະ ການຝຶກອົບຮົມແມ່ນໄດ້ມີການຮ່ວມມືຢ່າງໃຫ້ຊິດກັບອົງກອນຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງ ແລະ ຄູ່ຮ່ວມມື. ຕັ້ງແຕ່ມື້ສ້າງຕັ້ງມາຈົນເຖິງປະຈຸບັນ ສລບ ໄດ້ເຊັນບົດບັນທຶກຄວາມຮ່ວມມືນໍາພາຍໃນ ແລະ ພາຍນອກ ຫຼາຍກວ່າ 10 ອົງກອນ. ນອກຈາກການຮ່ວມມືທີ່ເປັນທາງການແລ້ວ ຍັງມີການຮ່ວມມືໃນຮູບແບບທີ່ບໍ່ເປັນທາງການອີກດ້ວຍ.