ແລກປ່ຽນກິດຈະກໍາ ແລະ ວັດທະນະທໍາ

ສລຍ ຈັດກິດຈະກໍາທີ່ຫຼາກຫຼາຍເປັນປະຈໍາ ເພື່ອສົ່ງເສີມການຮຽນຮູ້ ແລະ ຄວາມເຂົ້າໃຈທີ່ດີກ່ຽວກັບຄວາມສໍາພັນຂອງສອງຊາດ ລາວ-ຍີປຸ່ນ ຜ່ານການແລກປ່ຽນດ້ານວັດທະນະທໍາ
ງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ
Your image

ເວທີແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການສະໝັກທຶນ, ທຶນການສຶກສາ ແລະ ຂໍ້ມູນມະຫາວິທະຍາໄລໃນປະເທດຍີ່ປຸ່ນ ເຊິ່ງຜູ້ເຂົ້າຮ່ວມສາມາດສອບຖາມຂໍ້ມູນຈາກມະຫາວິທະຍາໄລໂດຍກົງ ພ້ອມຍັງສາມາດສະໝັກຮຽນໄດ້ໃນມື້ງານ. 
 

ລາງວັນ HONDA Y-E-S AWARD
ອ່ານຕໍ່

ໂຄງການລາງວັນຮອນດາຈັດຂຶ້ນເປັນປະຈໍາທຸກປີເພື່ອຄັດເລືອກເອົານັກສຶກສາຜູ້ທີ່ມີຄວາມຮູ້ຄວາມສາມາດ ຫຼື ເອີ້ນວ່ານັກວິທະຍາສາດ ແລະ ວິສະວະກອນໜຸ່ມ ຈໍານວນ 2 ຄົນ, ເຊິ່ງລາງວັນມູນຄ່າລວມ $USD6,000 ຈາກມູນນິທິຮອນດາ
 

ບໍລິການສະແດງຂໍ້ມູນຂອງມະຫາວິທະຍາໄລຍີ່ປຸ່ນ
Your image

ຂໍ້ມູນຂອງມະຫາວິທະຍາໄລຕ່ງໆໃນປະເທດຍີ່ປຸ່ນໄດ້ຖືກວາງສະແດງໄວ້ທີ່ຫ້ອງລ໋ອບບີ້ຂອງສະຖາບັນ, ຜູ້ທີ່ສົນໃຈສາມາດເຂົ້າເບິ່ງ ແລະ ສອບຖາມຂໍ້ມູນໄດ້
 

ໂຄງການແລກປ່ຽນກິດຈະກໍາ
Your image

ໂຄງການແລກປ່ຽນລະຫວ່າງນັກສຶກສາຈາກມະຫາວິທະຍາໄລຍີ່ປຸ່ນມາແລກປ່ຽນບົດຮຽນດ້ານວິຊາການ ແລະ ວັດທະນະທຳລະຫວ່າງນັກສຶກສາລາວກັບນັກສຶກສາຍີ່ປຸ່ນ
 

ຝຶກອົບຮົມພາສາລາວ
Your image

JOCVs ແມ່ນເປັນໂຄງການສອນພາສາລາວໃຫ້ແກ່ອາສາສະໝັກຈາກປະເທດຍີ່ປຸ່ນ ເພື່ອກຽມຄວາມພ້ອມໃຫ້ເຂົາເຈົ້າກ່ອນທີ່ຈະມາເຮັດວຽກຢູ່ ສປປ ລາວ
 

ກິດຈະກໍານຸ່ງຊຸດຢູກະຕະ
Your image

ພວກເຮົາໃຫ້ບໍລິການເຊົ່າຊຸດຢູກະຕະ ແລະ ຮັບຈັດກິດຈະນໍານຸ່ງຊຸດຍີ່ປຸ່ນໃຫ້ແກ່ນັກສຶກສາ ແລະ ບຸກຄົນພາຍນອກທີ່ມີຄວາມສົນໃຈ
 

ພິທີຊົງຊາແບບຍີ່ປຸ່ນ (sadō)
Your image

ພິທີຊົງຊາແບບຍີ່ປຸ່ນຖືວ່າເປັນວັດທະນະທໍາທີ່ຕິດພັນກັບຮີດຄອງປະເພນີຂອງປະເທດຍີ່ປຸ່ນມາແຕ່ສະໄໝບູຮານ. ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ຂັ້ນຕອນການກະກຽມ ແລະ ຊົງຊາແບບພື້ນບ້ານຂອງຍີ່ປຸ່ນ ໃນຫ້ອງວັດທະນະທໍາທີ່ມີຄວາມດຶງດູດໃຈ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມເພິດເພີນໃຈ ແລະ ຊຶມຊັບບັນຍາກາດທີ່ເປັນເອກະລັກ
 

ຈັດດອກໄມ້ (IKEBANA)
Your image

ກິດຈະກໍາຈັດດອກໄມ້ຖືເປັນສິລະປະທີ່ເກົ່າແກ່ຂອງຍີ່ປຸ່ນ ໂດຍການຈັດແຈງກິ່ງ ກ້ານ ດອກໄມ້ຕາມລະດູການໃສ່ໃນໂຖທີ່ມີຄວາມສວຍງານ. ສາມາດນໍາໄປຕົກແຕ່ງຫ້ອງເພື່ອຄວາມສວຍງາມ ແລະ ຊ່ວຍໃຫ້ຮູ້ສຶກວ່າໄດ້ໃກ້ຊິດກັບທໍາມະຊາດ
 
 

ບຸນເຊັດຊຶບຶງ (SETSUBUN)
Your image

ບຸນນີ້ຈະຈັດຂື້ນໃນວັນທີ 3 ຫຼື 4 ຂອງເດືອນກຸມພາ ເຊິ່ງເປັນວັດທະນະທຳວ່ານແກ່ນໝາກຖົ່ວເພື່ອຂັບໄລ່ສິ່ງບໍ່ດີອອກໄປແລ້ວໃຫ້ສິ່ງດີໆເຂົ້າມາ

 

ບຸນຣິນະມະຊຶລິ (HINAMATSURI)
Your image

ບຸນນີ້ຈະຈັດຂື້ນໃນວັນທີ່3ເດືອນ3 ແມ່ນວັນບຸນຮິນະມະຊຶລິ ( ບຸນເດັກນອ້ຍຜູ້ຍິງ) ເຊິ່ງເປັນບຸນທີ່ຫຼາຍຄົນຂໍພອນໃຫ້ລູກສາວມີການຈະເລີນເຕີບໂຕ, ສຸຂະພາບແຂງແຮງ ແລະ ມີຄວາມສຸກ ຄອບຄົວທີ່ມີລູກສາວນອ້ຍໆ ເຂົາເຈົ້າຈະຈັດວາງສະແດງຕຸກກະຕາໄວ້ພາຍໃນເຮືອນຊຶ່ງການຈັດວາງຕຸກກະຕານັ້ນຈະເຮັດເປັນຖ້ານເຊິ່ງແຕ່ລະຖ້ານແມ່ນມີຄວາມແຕກຕ່າງກັນໃນແຕ່ລະບອ່ນ.

ບຸນເດັກນອ້ຍຜູ້ຊາຍຍີ່ປຸ່ນ (KOINOBORI)
Your image

ບຸນນີ້ຈະຈັດຂື້ນໃນວັນທີ 5 ເດືອນ 5 ຂອງທຸກໆປີ ຊຶ່ງຈະມີການຈັດວາງສະແດງ ຫຼື ໂຊຕຸກກະຕານັກຮົບຊະມູໄລສຳລັບເດັກນອ້ຍຊາຍຂື້ນ ແລະ ເພື່ອອວຍພອນໃຫ້ເດັກນອ້ຍທຸກຄົນມີຄວາມເຕີບໄຫຍ່ ແລະ ແຂງແຮງໂດຍສະເພາະຢູ່ຍີ່ປຸ່ນຄອບຄົວໃດທີ່ມີລູກຊາຍຍັງນອ້ຍເຂົາເຈົ້າຈະມີການວາງສະແດງທຸງປາໃນແພລາຍຂື້ນຢູ່ຕາມເດີ່ນໜ້າບ້ານ ຫຼື ວ່າຕາມສະຖານທີ່ສາທາລະນະຕ່າງໆ.

ບຸນທະນະບະຕະ (TANABATA FESTIVAL)
Your image

ໃນວັນທີ 7ເດືອນ 7 ແມ່ນບຸນ ທະນະບະຕະ ຊຶ່ງເປັນວັດທະນະທຳໜຶ່ງທີ່ມີຄວາມເຊື່ອຖືມາແຕ່ດົນນານ ຊຶ່ງວ່າບຸນ ທະນະບະຕະ ແມ່ນການຂຽນຄຳອວຍພອນ ຫຼື ຄຳອະທິຖານຂອງຕົນໃນສິ່ງທີ່ຕົນເອງຕອ້ງການແລ້ວມາຫອ້ຍໃສ່ຕົ້ນໄມ້ໃຜ່ເພື່ອໃຫ້ຄຳອະທິຖານນັ້ນກາຍເປັນຈິງ.